• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລ້າງເຊີນ ທົດລອງດ່ານຊາຍແດນດີຈີຕອນສ້າງບາດກ້າວບຸກທະລຸເພື່ອສ້າງແຜນທີ່ການສົ່ງອອກ-ນຳເຂົ້າທົ່ວປະເທດໃຫ້ສົມບູນແບບ

      ໃນວິວັດການປະຕິບັດທຸກອົງການທີ່ກ່ຽວຂ້ອງຄື: ຕຳຫຼວດຈະລາຈອນພາສີທະຫານປ້ອງກັນຊາຍແດນ… ຕະຫຼອດຮອດບັນດາວິສາຫະກິດ ລ້ວນແຕ່ປາດຖະໜາວ່າ ມີພື້ນຖານດ່ານຊາຍແດນດີຈີຕອນ ເພື່ອປ່ຽນແປງວິທີເຄື່ອນໄຫວບໍລິຫານທີ່ພວມຄົງຕົວ.
(ລ້າງເຊີນ ພ້ວມຜັນຂະຫຍາຍການທົດລອງສ້າງ 2 ດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ
ແລະ ຮອບດ້ານ)
      ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ລ້າງເຊີນ ພ້ວມເປັນເຈົ້າການສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍການທົດລອງສ້າງ 2 ດ່ານຊາຍແດນ ຮຶວງີ້ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານ ເພື່ອຫັນຂັ້ນຕອນເປັນອັດຕະໂນມັດຫຼຸດຜ່ອນເວລາຜ່ານດ່ານສຳລັບວິສາຫະກິດທີ່ມີພາຫະນະເຂົ້າອອກເມືອງ ແລະ ສິນຄ້າສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ຈີນ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸຍຸດທະສາດກ້າວໄປເຖິງການສ້າງແຜນການສົ່ງອອກ-ນຳເຂົ້າຂອງທົ່ວປະເທດໃຫ້ສົມບູນແບບ.
        ແຕ່ລະປີ, ເມື່ອກ້າວເຂົ້າສູ່ຈຸດສຸມຂອງລະດູການເກັບກ່ຽວຜະລິດຕະພັນກະເສດຄືແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ, ສະພາບລົດສົ່ງອອກຜະລິດຕະພັນກະເສດອັ່ງອໍລໍຖ້າເກີດຂຶ້ນເປັນປະຈຳຢູ່ໃນບໍລິເວນແຂວງ ລ້າງເຊີນ. ທ່ານ ຫງວຽນຄັກລິກ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
        ໃນວິວັດການປະຕິບັດທຸກອົງການທີ່ກ່ຽວຂ້ອງຄື: ຕຳຫຼວດຈະລາຈອນພາສີທະຫານປ້ອງກັນຊາຍແດນ… ຕະຫຼອດຮອດບັນດາວິສາຫະກິດ ລ້ວນແຕ່ປາດຖະໜາວ່າ ມີພື້ນຖານດ່ານຊາຍແດນດີຈີຕອນ ເພື່ອປ່ຽນແປງວິທີເຄື່ອນໄຫວບໍລິຫານທີ່ພວມຄົງຕົວ. ລ້າງເຊີນ ແມ່ນແຂວງທຳອິດທີ່ວາງອອກເປົ້າໝາຍ ແລະ ແຜນການເພື່ອສ້າງ ແລະ ປະຕິບັດການຫັນແນວຄວາມຄິດກ່ຽວກັບການຫັນປ່ຽນເປັນດີຈີຕອນຕາມໂຄງການຫັນເປັນດີຈີຕອນແຫ່ງຊາດໃຫ້ປະກົດຜົນເປັນຈິງ. ນີ້ແມ່ນພື້ນຖານ 2 ສົ້ນກໍ່ແມ່ນພື້ນຖານເປັນແບບຢ່າງໃນພາຍພາກໜ້າໃຫ້ແກ່ບັນດາດ່ານຊາຍແດນໃນທົ່ວປະເທດ ເພື່ອຮັບໃຊ້ຄວາມໂປ່ງໃສດ້ານສິນຄ້າແກ້ໄຂເວລາໃນການອະນຸຍາດຜ່ານແດນຢ່າງໄວກວ່າເພີ່ມປະສິດທິຜົນທາງດ້ານເສດຖະກິດໃຫ້ແກ່ແຂວງ ລ້າງເຊີນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ”.
        ແຜນການຜັນຂະຫຍາຍທົດລອງການສ້າງດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານແມ່ນເພື່ອແນໃສ່ເພີ່ມທະວີວຽກງານຄຸ້ມຄອງ, ຕິດຕາມກວດກາຂອງບັນດາອົງການແຫ່ງລັດ; ສ້າງຊ່ອງຂໍ້ມູນຂ່າວ, ເຊື່ອມຕໍ່ຫຼາຍຝ່າຍລະຫວ່າງອົງການແຫ່ງລັດກັບວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມການສົ່ງອອກ-ນຳເຂົ້າ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດທີ່ເຂົ້າຮ່ວມການສົ່ງອອກ-ນຳເຂົ້າໃຫ້ດີກວ່າເກົ່າ.
        ຄາດວ່າ, ແຂວງ ລ້າງເຊີນ ຈະຜັນຂະຫຍາຍການສ້າງບັນດາພື້ນຖານດ່ານຊາຍແດນດີຈີຕອນໃນເດືອນ ສິງຫາ 2021 ແລະ ພາຍຫຼັງສຳເລັດການທົດລອງ, ຮູບແບບພື້ນຖານດ່ານຊາຍແດນດີຈີຕອນ ຈະສາມາດນຳໃຊ້ຢູ່ດ່ານຊາຍແດນຢູ່ບັນດາທ້ອງຖິ່ນອື່ນໆໃນທົ່ວປະເທດ. ທ່ານ ຟານຮຸຍຫວູ, ຫົວໜ້າສູນເຕັກໂນໂລຊີຂໍ້ມູນຂ່າວສານ, ບໍລິສັດ VNPT ລ້າງເຊີນ, ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ ໃຫ້ຮູ້ວ່າ:
        “ລະບົບດ່ານຊາຍແດນດີຈີຕອນຈະໄດ້ຜັນຂະຫຍາຍບົນພື້ນຖານໂຄງລ່າງ Datacenter ຂອງຄະນະກຳມະການແຂວງ ລ້າງເຊີນ. ຜ່ານການສຳຫຼວດ ແມ່ນສາມາດຕອບສະໜອງໃຫ້ແກ່ຜູ້ນຳໃຊ້ 5.000 ເທື່ອຄົນເຂົ້າແຈ້ງໃນຈຸດເວລາດຽວກັນ. ດ້ວຍການຊີ້ນຳຢ່າງໃກ້ຊິດຂອງຄະນະກຳມະການປະຊາຊົນແຂວງ ລ້າງເຊີນພວກຂ້າພະເຈົ້າຕັດສິນໃຈຈະນຳຊອບແວດັ່ງກ່າວຜັນຂະຫຍາຍໃນຊຸມອາທິດທຳອິດຂອງເດືອນ ສິງຫາ ຈະມາເຖິງ”.
        ເມື່ອບັນດາດ່ານຊາຍແດນຢູ່ທ້ອງຖິ່ນອື່ນໆພ້ອມກັນນຳໃຊ້ພື້ນຖານເຫັນເປັນດີຈີຕອນຄືຢູ່ ລ້າງເຊີນ ແລ້ວ ກໍຈະສ້າງເປັນແຜນທີ່ລະອຽດກ່ຽວກັບສະພາບການສົ່ງອອກ-ນຳເຂົ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການທີ່ມີໜ້າທີ່ ແລະ ບັນດານັກຄຸ້ມຄອງ, ນັກວາງແຜນນະໂຍບາຍໃນການຄຸ້ມຄອງ, ຕິດຕາມກວດກາ, ດັດສົມສະພາບສົ່ງອອກ-ນຳເຂົ້າໃນທົ່ວປະເທດ. ທ່ານ ຫງວຽນວັນຢຸງ, ຜູ້ອຳນວຍການບໍລິສັດສົ່ງອອກ-ນຳເຂົ້າ ຄາຍເລີມ ຈຳກັດ, ຖືວ່າ:
        “ຖ້າຫາກວ່າໂຄງການດັ່ງກ່າວບັນລຸໄດ້ສະພາບຕົວຈິງຄືແນວນັ້ນ ແມ່ນຈະດີສຳລັບບັນດາວິສາຫະກິດ ຍ້ອນວ່າໃນເມື່ອກ່ອນນີ້ ວິສາຫະກິດຕ້ອງເຮັດວຽກໂດຍກົງ, ທຸກລະບຽບການລ້ວນແຕ່ປະຕິບັດຕາມແຕ່ລະຂັ້ນຕອນ. ຖ້າຫາກວ່າໂຄງການດ່ານຊາຍແດນດີຈີຕອນໄດ້ນຳໃຊ້ແລ້ວ ກໍພຽງແຕ່ຈົດທະບຽນ, ແຈ້ງບັນຊີຢ່າງຄົບຖ້ວນຢູ່ໃນລະບົບເທົ່ານັ້ນ, ກໍຈະຊ່ວຍຫຼຸດເວລາ ແລະ ມີລະດັບຄວາມຄືບໜ້າໃນການສົ່ງອອກຂອງວິສາຫະກິດ.”
        ໜຶ່ງໃນຈຳນວນ 6 ເນື້ອໃນສຳຄັນເຊິ່ງກອງປະຊຸມໃຫຍ່ຄະນະພັກແຂວງ ລ້າງເຊີນ ຄັ້ງທີ 17 ໄດ້ວາງອອກນັ້ນແມ່ນ ພັດທະນາເສດຖະກິດດ່ານຊາຍແດນ, ຊຸກຍູ້ການເຕີບໂຕເສດຖະກິດ. ຕາມນັ້ນແລ້ວ, ແຂວງ ລ້າງເຊີນ ຈະສູ້ຊົນກາຍເປັນບັນດາສູນກາງ, ສູນຕິດຕໍ່ການເຄື່ອນໄຫວສົ່ງອອກ -ນຳເຂົ້າ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ເສດຖະກິດດ່ານຊາຍແດນຈຸດສຸມຂອງເຂດຕາເວັນອອກສ່ຽງເໜືອໂດຍໄວ, ພ້ອມທັງແມ່ນປະຕູສຳຄັນໃນການຈາລະຈອນສິນຄ້າຂອງບັນດາປະເທດ ອາຊຽນ ກັບຕະຫຼາດ ຈີນ ແລະ ບັນດາປະເທດອື່ນໆ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top