• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງມືກໍ່ສ້າງ 3 ໂຄງການຂຶ້ນກັບເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາພາກສ່ວນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ.

ພິທີກົດປຸ່ມລົງມືກໍ່ສ້າງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ມາຍເຊີນ - ທາງຫລວງ 45 (ພາບ: VGP)
      ຕອນເຊົ້າວັນທີ 30 ກັນຍາ, ທີ່ຕາແສງ ຮ່າລອງ, ເມືອງ ຮ່າຈູງ, ແຂວງ ແທັງຮ໊ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ກົດປຸ່ມລົງມືກໍ່ສ້າງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ມາຍເຊີນ - ທາງຫລວງ 45. ແລະກໍ່ໃນວັນດຽວກັນ, ທີ່ແຂວງ ດົ່ງນາຍ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ກໍ່ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງເສັ້ນທາງທາງຄວາມໄວສູງ ຟານຖ໊ຽດ - ເຢົ່າໄຢ; ຢູ່ແຂວງ ບີ່ງທ້ວນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ກໍ່ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງເສັ້ໜທາງທາງຄວາມໄວສູງ ຫວີງຫາວ - ຟານທ໊ຽດ. ນີ້ິ້ແມ່ນ 3 ພາກສ່ວນໂຄງການທີ່ຂຶ້ນກັບເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກ. 3 ໂຄງການດັ່ງກ່າວມີຍອດເງິນລົງທຶນກໍ່ສ້າງທັງໝົດກ່ວາ 1,6 ຕື້ USD, ມີລວງຍາວກ່ວາ 250 ກິໂລແມັດ. ພາຍຫລັງກໍ່ສ້າງສຳເລັດ ແລະ ເປີດສະຫຼອງ (ຄາດວ່າໃນທ້າຍປີ 2022) ພ້ອມກັບບັນດາພາກສ່ວນໂຄງການອື່ນ, ຈະປະກອບເຂົ້າກັນເປັນເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກທີ່ທັນສະໄໝ, ມີຄວາມປອດໄພເທື່ອລະກ້າວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)
      ກ່າວຄຳເຫັນທີ່ພິທີລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ມາຍເຊີນ - ທາງຫລວງ 45, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາພາກສ່ວນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:
        “ວັນທີ 30 ກັນຍາ ປີນີ້ແມ່ນວັນມີຄວາມໝາຍ, ພິເສດແມ່ນສຳລັບຂະແໜງຄົມມະນາຄົມຂົນສົ່ງ, ເມື່ອຜັນຂະຫຍາຍບັນດາໂຄງການກໍ່ສ້າງເສັ້ນທາງຄວາມໄວສູງເໜືອ-ໃຕ້ທາງທິດຕາເວັນອອກພ້ອມກັນ. 3 ໂຄງການລົງມືກໍ່ສ້າງໃນມື້ນີ້ ແມ່ນການລົງທຶນທີ່ຫັກຈາກງົບປະມານແຫ່ງລັດ. ພິເສດແມ່ນ ພວກຂ້າພະເຈົ້າ ໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ບັນດາອົງການທີ່ກ່ຽວຂ້ອງ ຕ້ອງສູ້ຊົນເພື່ອສຳເລັດການກໍ່ສ້າງເສັ້ນທາງຄວາມໄວສູງແຕ່ແຂວງ ລ້າງເຊີນ ຈົນໄປຮອດແຫຼມ ກາເມົາ ເພື່ອໃຫ້ພວກເຮົາມີເສັ້ນທາງຄວາມໄວສູງໜ້ອຍສຸດແມ່ນມີລວງຍາວ 5.000 ກິໂລແມັດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກ ແລະ ໃຫ້ຮູ້ວ່າ ການພັດທະນາລະບົບຄົມມະນາຄົມແມ່ນມີຄວາມສຳຄັນທີ່ສຸດ, ພັກ, ລັດພວມມານະພະຍາຍາມເພື່ອໃຫ້ຂະແໜງຄົມມະນາຄົມກ້າວໄປກ່ອນບາດກ້າວໜຶ່ງ, ຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top