ປະຈຸບັນ ຫວຽດນາມ ມີ 22 ແຂວງ, ນະຄອນ ມີຊາຍແດນເຂດດິນຕໍ່ແຜ່ນ. ຈຳນວນຕາແສງຊາຍແດນເຂດດິນຕໍ່ແຜ່ນ ແມ່ນ 248 ຕາແສງ. ຢູ່ບັນດາຕາແສງນີ້ ປະຈຸບັນມີ 956 ໂຮງຮຽນສາມັນ ດ້ວຍຂອບຂະຫນາດນັກຮຽນແມ່ນກວ່າ 625.000 ຄົນ. ໃນຈຳນວນນັ້ນ ພວກນ້ອງນັກຮຽນມີ ຄວາມຕ້ອງການໄດ້ຮຽນແບບເຄິ່ງກິນນອນຊົນເຜົ່າ, ກິນນອນຊົນເຜົ່າແມ່ນກວ່າ 330.000 ຄົນ ແຕ່ໃນນັ້ນ ຍັງບໍ່ທັນຮອດ 20% ຈຳນວນນັກຮຽນໄດ້ຮຽນຕາມຮູບການນີ້.
ຫນ້າທີ່ຈຸດສຸມໃນການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດນະໂຍບາຍຊົນເຜົ່າ
ການລົງທຶນກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງຊາຍແດນ ຢູ່ເຂດດິນຕໍ່ແຜ່ນ ແມ່ນຫນ້າທີ່ຈຸດສຸມ, ສຳຄັນໃນການພັດທະນາເສດຖະກິດ ສັງຄົມ ແລະ ປະຕິບັດນະໂຍບາຍຊົນເຜົ່າ. ຄາດວ່າ ລັດ ຈະເບີກຈ່າຍສະເລ່ຍປະມານ 6,5 ລ້ານ USD. ບັນດາໂຮງຮຽນຈະໄດ້ຮັບການກໍ່ສ້າງໃນເນື້ອທີ່ 5 ເຮັກຕາ ແລະ ມີຫ້ອງຮຽນ, ເຮືອນຄົວ, ຫ້ອງທົດລອງ, ເດີນລະຫລິ້ນ, ຫັດກາຍ.. ຢ່າງຄົບຖ້ວນ. ອາຈານ ຟ້າມວັນຕວນ ຫົວຫນ້າໂຮງຮຽນສາມັນເຄິ່ງກິນນອນຊົນເຜົ່າ, ມັດທະຍົມຕອນຕົ້ນ ເມື່ອງລ້ານ, ຕາແສງ ເມື່ອງລ້ານ ແຂວງ ເຊີນລາ ແບ່ງປັນວ່າ:
“ຄູອາຈານໃນໂຮງຮຽນ ມີຄວາມປິຕິຊົມຊື່ນເມື່ອຈະໄດ້ດຳເນີນຊີວິດ, ຮ່ຳຮຽນໃນໂຮງຮຽນຫລັງໃຫມ່. ຢູ່ທີ່ນີ້ ພວກນ້ອງຈະໄດ້ຮັບການກໍ່ສ້າງລົງທຶນຢ່າງຄົບຖ້ວນເພື່ອຫລຸດຜ່ອນຄວາມແຕກໂຕນດ້ານການສຶກສາລະຫວ່າງ ເຂດຊາຍແດນ ກັບເຂດທົ່ງພຽງ, ຍິ່ງກວ່ານັ້ນ ຈະຊ່ວຍໃຫ້ພວກນ້ອງມີຄວາມປອດໄພກວ່າເມື່ອໄປໂຮງຮຽນ”
ກ່ອນອື່ນໝົດ, ຫວຽດນາມ ຈະທົດລອງລົງທຶນກໍ່ສ້າງໂຮງຮຽນຫລັງໃຫມ່ ຫລື ບູລະນະ ໂຮງຮຽນ 100 ຫລັງໃຫ້ສຳເລັດໃນປີນີ້. ບັນດາໂຮງຮຽນເຫລົ່ານີ້ ຈະແມ່ນແບບຢ່າງເພື່ອໃຫ້ຫລັງຈາກນັ້ນສືບຕໍ່ຜັນຂະຫຍາຍໃນວົງກວ້າງ, ສຳເລັດເປົ້າໝາຍລົງທຶນກໍ່ສ້າງໂຮງຮຽນ 248 ຫລັງໃນ 2 – 3 ປີຈະມາເຖິງ.
ທີ່ກອງປະຊຸມຈັດຂຶ້ນໃນວັນທີ 27 ກໍລະກົດຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຕ້ອງຜັນຂະຫຍາຍໂດຍໄວເທົ່າທີ່ຈະໄວໄດ້ເພື່ອກໍ່ສ້າງສຳເລັດໂຮງຮຽນ 100 ຫລັງ ຢູ່ບັນດາຕາແສງເຂດຊາຍແດນກ່ອນວັນທີ 30 ສິງຫາ ປີ 2026.
ສ່ວນທາງທ້ອງຖິ່ນ, ມີຫລາຍແຂວງ, ນະຄອນ ໄດ້ໂຮມປະຊຸມເພື່ອປຶກສາຫາລືວິທີການກໍ່ສ້າງ. ຢູ່ ເຊີນລາ ແມ່ນແຂວງທີ່ມີ 13 ຕາແສງຊາຍແດນ ດ້ວຍໂຮງຮຽນ 44 ຫລັງ, ສ່ວນຫລາຍລ້ວນແຕ່ມີຄວາມຕ້ອງການໄດ້ຮັບການລົງທຶນ, ຍົກລະດັບພື້ນຖານດ້ານວັດຖຸ, ຮັບໃຊ້ການຮ່ຳຮຽນ, ດຳເນີນຊີວິດໃຫ້ແກ່ລູກຫລານຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດຊາຍແດນ. ທ່ານ ຫງວຽນດິ່ງຫວຽດ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ຊີ້ນຳວ່າ:
“ນີ້ແມ່ນກາລະໂອກາດເພື່ອປ່ຽນແປງການສຶກສາບຳລຸງສ້າງໂດຍພື້ນຖານໃຫ້ແກ່ບັນດາຕາແສງຊາຍແດນ. ຂ້າພະເຈົ້າສະເຫນີບັນດາຕາແສງ ເລືອກເຟັ້ນສະຖານທີ່ຄາດວ່າຈະກໍ່ສ້າງໂຮງຮຽນ, ຮັບປະກັນເງື່ອນໄຂຂອບຂະຫນາດແຕ່ 3 – 5 ເຮັກຕາ, ສະເຫນີໃຫ້ບັນດາອົງການທີ່ມີວິຊາສະເພາະຂອງແຂວງ ລົງສຳຫລວດໂດຍກົງ, ສົມທົບກັນເລືອກເຟັ້ນ”
ນະຄອນ ດ່າຫນັງ ມີ 6 ຕາແສງຊາຍແດນ ຈຳເປັນຕ້ອງຜັນຂະຫຍາຍການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າ, ເຄິ່ງກິນນອນຊົນເຜົ່າໂດຍໄວ. ທ່ານ ຫງວຽນວັນກວ໋າງ, ເລຂາພັກ ນະຄອນ ດ່າຫນັງ ຢືນຢັນວ່າ:
“ພວກຂ້າພະເຈົ້າຕັດສິນໃຈຜັນຂະຫຍາຍໂດຍໄວເພື່ອຮັບປະກັນໃຫ້ສົກຮຽນໃນປີຫນ້າ ຈະມີໂຮງຮຽນສາມັນກິນນອນຊົນເຜົ່າໃຫ້ແກ່ນັກຮຽນ, ມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນເພື່ອຮັບໃຊ້ການຮ່ຳຮຽນ, ການກິນຢູ່ ແລະ ສຸຂະສຶກສາ”
ຄຳໝັ້ນສັນຍາຢ່າງແຮງຂອງພັກ, ຂອງລັດ ກ່ຽວກັບການພັດທະນາແບບຍືນຍົງ
ແຜນນະໂຍບາຍຂອງກົມການເມືອງ ກ່ຽວກັບການລົງທຶນກໍ່ສ້າງບັນດາໂຮງຮຽນສາມັນກິນນອນຊົນເຜົ່າລວມຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ 248 ຕາແສງຊາຍແດນເຂດດິນຕໍ່ແຜ່ນ ແມ່ນ ນະໂຍບາຍຮັບປະກັນຊີວິດສັງຄົມທີ່ສຳຄັນ, ວັດທະນະທຳມະນຸດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ສຳລັບພໍ່ແມ່ປະຊາຊົນຊົນເຜົ່າເຂດຊາຍແດນ, ເຂດຫ່າງໄກສອກຫລີກ. ແຜນນະໂຍບາຍນີ້ ຈະຊ່ວຍຮັດແຄບຊ່ອງຫວ່າງດ້ານການສຶກສາເວົ້າສະເພາະ ແລະ ກວ້າງກວ່າແມ່ນກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ, ເສດຖະກິດ - ສັງຄົມເວົ້າລວມຂອງເຂດພູດອຍ ຕໍ່ກັບເຂດທົ່ງພຽງ. ຄວາມຄົບຊຸດລະຫວ່າງການລົງທຶນພື້ນຖານດ້ານວັດຖຸກັບນະໂຍບາຍລ້ຽງດູ ແມ່ນສະແດງໃຫ້ເຫັນວິທີສຳຜັດຢ່າງຮອບດ້ານ, ສ້າງເງື່ອນໄຂການຮ່ຳຮຽນຢ່າງສະເຫມີພາບ ແລະ ມີປະສິດທິຜົນໃຫ້ແກ່ເດັກນ້ອຍຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກ.