ຕອນເຊົ້າວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ຄະນະຜູ້ແທນກົມໂຄສະນາຂອງ ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ.
ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນວັນດຶກ ສະເໜີວ່າ ບົນພື້ນຖານແຜນການຮ່ວມມືໃນປີ 2025 ລະຫວ່າງ ສອງ ກະຊວງປ້ອງກັນປະເທດ ແລະ ສອງກົມໃຫຍ່ການເມືອງ, ກົມໂຄສະນາອົບຮົບສອງປະເທດ ຈະສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບວຽກງານໂຄສະນາ, ສຶກສາຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບສອງປະເທດໃນສະພາບການໃໝ່.
ເນື່ອງໃນໂອກາດນີ້, ທ່ານພົນຕີ ວົງສອນ ອິນປານພິມ ໄດ້ຮັບການມອບໝາຍໜ້າທີ່ຈາກນາຍົກລັດຖະມົນຕີ ລາວ ມອບຫຼຽນໄຊແຮງງານຊັ້ນສອງ ແລະ ຊັ້ນສາມຂອງພັກ, ລັດ ລາວ ໃຫ້ແກ່ບັນດາພະນັກງານ, ນາຍທະຫານ ຫວຽດນາມ ແລະ ຜູ້ຄົນມີຜົນງານດີເດັ່ນໃນວຽກງານສຳຫຼວດກວດກາ, ອະນຸລັກຮັກສາບັນດາມໍລະດົກເສັ້ນທາງເລກ 559 - ເສັ້ນທາງໂຮ່ຈີມິນ ໃນຜືນແຜ່ນດິນລາວ.








