ຂ່າວສານ
ລາຍການສິລະປະ “ຊື່ຂອງເພິ່ນຮຸ່ງແຈ້ງຕະຫຼອດການ”: ວິວັດການທີ່ເຕັມໄປດ້ວຍຄວາມຮູ້ສຶກ ແລະ ຄວາມຄາດຫວັງ
ລາຍການດັ່ງກ່າວປະກອບມີ 3 ພາກ: “ປະທານ ໂຮ່ຈີມິນ ໄປຊອກຫາເສັ້ນທາງກູ້ຊາດ”, ໂດຍວາດພາບຄືນການເດີນທາງເລີ່ມຈາກໝູ່ບ້ານແຊນ - ບ້ານເກີດເມືອງນອນຂອງເພິ່ນ, ຄວາມຮັກລະຫວ່າງແມ່ ແລະ ລູກ ແລະ ຈຸດເວລາອຳລາ; “ແສງສະຫວ່າງພາທາງ” ສຸມໃສ່ການເຊີດຊູແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ແລະ ເສັ້ນທາງປະຕິວັດ ແລະ “ຫວຽດນາມ ຈົດຈຳຄຳສັ່ງສອນຂອງເພິ່ນ” ຢັ້ງຢືນຜົນງານ ແລະ ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ທີ່ພັດທະນາຕາມເສັ້ນທາງປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ແຜ່ກະຈາຍຈິດໃຈເຊື່ອມໂຍງ. ເມື່ອຮັບຊົມລາຍການ, ບັນດານ້ອງນັກຮຽນ, ແບ່ງປັນວ່າ:
“ນ້ອງຊື່ວ່າລິງ, ນ້ອງດຳລົງຊີວິດຢູ່ ຮ່າໂນ້ຍ. ມື້ນີ້ ໄດ້ຮັບຊົມລາຍການສິລະປະ ຊື່ຂອງເພິ່ນຮຸ່ງແຈ້ງຕະຫຼອດການ ນ້ອງຮູ້ສຶກຕື້ນຕັ້ນໃຈທີ່ສຸດ”.
“ນ້ອງຊື່ວ່າ ຫງວຽນທູກແອັງ, ນັກຮຽນຊັ້ນມໍ 1 ໂຮງຮຽນມັດທະຍົມຕອນຕົ້ນ ເຟືອງລຽດ. ນ້ອງຮູ້ສຶກເອກອ້າງທະນົງໃຈທີ່ສຸດ ເພາະວ່າ ໄດ້ສະແດງໃນລາຍການນີ້. ນ້ອງພະຍາຍາມສະແດງໃຫ້ດີທີ່ສຸດເພື່ອສະແດງຄວາມຮູ້ບຸນຄຸນຂອງຕົນທີ່ມີຕໍ່ລຸງໂຮ່”.







