• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ “​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນນຳ​ລະ​ດູ​ບານ​ໃໝ່​ທີ່​ອົບ​ອຸ່ນ​ມາ​ໃຫ້​ຊາວ​ບ້ານ” 2025

ລາຍການ “ທະຫານປ້ອງກັນຊາຍແດນນຳລະດູບານໃໝ່ທີ່ອົບອຸ່ນມາໃຫ້ຊາວບ້ານ” 2025 ຈະໄດ້ຈັດຂຶ້ນຢູ່ຕາແສງ ປາເຕິນ, ເມືອງ ຊິ່ນໂຮ່, ແຂວງ ລາຍເຈົາໃນວັນທີ 9 ມັງກອນທີ່ຈະມາເຖິງ.
ການຖະແຫຼງຂ່າວກ່ຽວກັບລາຍການ (ພາບ: VOV)

ຄາດວ່າໃນຂອບເຂດລາຍການຈະມີຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາຄື: ຫໍ່ເຂົ້າຕົ້ມ, ຟ້ອນແຊ່ວ, ຟ້ອນກຸບ, ຟ້ອນໄມ້… ໄປຄຽງຄູ່ກັນນັ້ນ, ຍັງມີຮ້ານຂາຍເຄື່ອງ “0 ດົ່ງ” ແລະ ວາງສະແດງຜະລິດຕະພັນຂອງທ້ອງຖິ່ນ

ເພື່ອເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ, ທະຫານປ້ອງກັນຊາຍແດນຈະຈັດການຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ປະຊາຊົນ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນຢູ່ເມືອງ ຊິ່ນໂຮ່; ກວດປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ສະໜອງຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນປະມານ 500 ເທື່ອຄົນ. ພິເສດປະຊາຊົນຢູ່ເຂດຊາຍແດນຈະໄດ້ຮັບຊົມ ລາຍການສະແດງສິລະປະ “ທະຫານປ້ອງກັນຊາຍແດນນຳລະດູບານໃໝ່ທີ່ອົບອຸ່ນມາໃຫ້ຊາວບ້ານ” 2025. ນີ້ກໍ່ແມ່ນຂອງຂວັນທາງດ້ານຈິດໃຈເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນເຂດຊາຍແດນ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top