ຂ່າວສານ
ລາຍການສະແດງສິລະປະ “ປະເທດຊາດເຕັມໄປດ້ວຍຄວາມປິຕິຊົມຊື່ນ” ສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນຄ່ຳວັນທີ 20 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດລາຍການສະແດງສິລະປະ “ປະເທດຊາດເຕັມໄປດ້ວຍຄວາມປິຕິຊົມຊື່ນ”, ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງຫຼາຍກວ່າ 1.000 ຄົນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມລາຍການ.
ລາຍການເປັນການຢັ້ງຢືນຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດຂອງມະຫາໄຊລະດູບານໃໝ່ 1975; ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມຄາດຫວັງສັນຕິພາບ, ເອກະລາດແຫ່ງຊາດ ແລະ ເຈດຈຳນົງທ້ອນໂຮມປະເທດຊາດເປັນເອກະພາບ; ພ້ອມກັນນັ້ນ, ກໍ່ສົ່ງຄຳຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງບັນດາກຳລັງຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານ, ສ້າງໄຊຊະນະທີ່ຍິ່ງໃຫຍ່. ລາຍການໄດ້ສ້າງຄວາມປະທັບໃຈຫຼາຍຢ່າງຕໍ່ຜູ້ຊົມ.
“ນ້ອງມັກຮັກກ່ຽວກັບປະຫວັດສາດ, ສະນັ້ນ ເຫັນຊື່ຂອງລາຍການກໍ່ໄປຊົມ. ຢູ່ເຮືອນນ້ອງກໍ່ມັກຟັງ “ຄວາມຂາດຫວັງຂອງໄວໜຸ່ມ”, “ອ້ອມຮອບ ຫວຽດນາມ”, ຟັງເພງປະຕິວັດ ຫາກບໍ່ແມ່ນພຽງແຕ່ເພງຂອງໄວໜຸ່ມ. ນ້ອງມີຄວາມເອກອ້າງທະນົງໃຈທີ່ສຸດ, ໃນໂອກາດ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ນ້ອງຢາກໄດ້ຮັບຊົມລາຍການທັງໝົດ, ຄື: ພິທີສະແດງສິລະປະ ຫຼື ພິທີສວນສະໜາມກ້ອນກຳລັງ”.
“ຂ້າພະເຈົ້າຕ້ອງເຂົ້າຮ່ວມທຸກການເຄື່ອນໄຫວນັບແຕ່ນີ້ຮອດວັນທີ 30 ເມສາ. ຂ້າພະເຈົ້າຄິດວ່າ, ຊາວ ຫວຽດນາມ ແຕ່ລະຄົນທີ່ໄດ້ ແລະ ພວມດຳລົງຊີວິດຢູ່ຜືນແຜ່ນດິນຂອງ ຫວຽດນາມ ລ້ວນແຕ່ມີຄວາມເອກອ້າງທະນົງໃຈຕໍ່ເຫດການພິເສດດັ່ງກ່າວ, ເຊິ່ງແມ່ນຂີດໝາຍອັນສະຫງ່າລາສີຂອງຊາດ ຫວຽດນາມ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອໃຫ້ປະເທດຊາດພັດທະນາຢ່າງສວຍງາມຄືໃນທຸກວັນນີ້”.