• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງຟ້ອນຕຸກກະຕາ ລາວ, ໄດ້ສົ່ງສານເຖິງການປັກປັກຮັກສາສິ່ງແວດລ້ອມ

     ສຽງບ້ານຂ້ອຍ” - ແມ່ນເລື່ອງລາວກ່ຽວກັບຄົນຖີ້ມຂີ້ເຫຍື້ອ, ຖົງຢາງເສດເຫຼືອຢ່າງຊະຊາຍ, ຕັດໄມ້ທຳລາຍປ່າ ເຊິ່ງພາໃຫ້ເກີດໄພພິບັດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ.
ນີ້ແມ່ນລາຍການສະແດງຂອງກອງລະຄອນຟ້ອນຕຸກກະຕາ ລາວ ທີ່ແຕ່ງຂຶ້ນສະເພາະ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະໂຫລານການຟ້ອນຕຸກກະຕາສາກົນຄັ້ງທີ 4 ທີ່ ຮ່າໂນ້ຍ. ລາຍການສະແດງໄດ້ສົ່ງສານກ່ຽວກັບເລື່ອງ ມະນຸດທຳລາຍສິ່ງແວດລ້ອມ, ແລ້ວກໍ່ແມ່ນມະນຸດເອງ ຈຶ່ງສາມາດຟື້ນຟູສິ່ງແວດລ້ອມນັ້ນໄດ້”. ຂໍເຊີນທ່ານຜູ້ຟັງຮ່ວມຮັບຟັງບັນຍາກາດບົດການສະແດງນີ້ຜ່ານບົດຂຽນຂອງນັກຂ່າວ VOV.

ທັດສະນີຍະພາບຂອງປ່າໄມ້ກໍ່ໄດ້ປະກົດຂຶ້ນຢູ່ຕໍ່ໜ້າຜູ້ຊົມ
      ໃນເວລາ 8 ໂມງ 15 ນາທີ, ເມື່ອຜ້າສາກເວທີໄດ້ຖືກດຶງຂຶ້ນ, ທັດສະນີຍະພາບຂອງປ່າໄມ້ກໍ່ໄດ້ປະກົດຂຶ້ນຢູ່ຕໍ່ໜ້າຜູ້ຊົມ ດ້ວຍບັນດາຕົ້ນໄມ້ສີຂຽວໂດຍບັນດານັກສິລະປະການ ໄດ້ເຮັດມາຈາກລຳຕົ້ນໄມ້ ແລະ ຜ້າເສດຢ່າງຄ່ອງແຄ້ວ. ປະສານເຂົ້າກັບສຽງແຄນມີສຽງນົກ ແລະ ສຽງລີງຮ້ອງ ເຮັດໃຫ້ສະຖານທີ່ແຫ່ງນີ້ມີຄວາມສະຫງົບສຸກ. ນົກນ້ອຍສີຂາວ 2 ໂຕເຮັດດ້ວຍຜ້າແພ ທີ່ຕິດໃສ່ໄມ້ ໂດຍບັນດານັກສິລະປະການໄດ້ບັນຊາໃຫ້ໄປມາຢ່າງຄ່ອງແຄ້ວນັ້ນ ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກຄືກັບວ່າພວກມັນກຳລັງຢອກໄຍກັນ. ລີງໂຕໜຶ່ງ - ສະແດງໂດຍນັກສະແດງທີ່ໃສ່ໜ້າກາກລີງ ພວມເມົາມົວກັບການກິນໃບໄມ້ ບໍ່ສົນໃຈກັບທຸກສິ່ງທີ່ຢູ່ອ້ອມຂ້າງ. ເມື່ອສຽງນ້ຳຫ້ວຍໄຫຼດັງຈອກໆຂຶ້ນນັ້ນ ກໍ່ແມ່ນເວລາທີ່ນັກສະແດງ 2 ຄົນບັນຊາແຜ່ນແພສີຟ້າຂຽວ ເປັນສັນຍາລັກໃຫ້ແກ່ຫ້ວຍຢູ່ກາງປ່າ, ມີຕຸກກະຕາປາ 4 ໂຕພວມລອຍຫຼິ້ນຕຶງຕັງຖືກບັນຊາໂດຍນັກສິລະປະການ 2 ຄົນ. ຢູ່ທາງຂ້າງນັ້ນ ແມ່ນນົກຍາງ 2 ໂຕທີ່ເຮັດດ້ວຍໄຊຫາປາ, ໄມ້ຟືນ, ທໍ່ນ້ຳ ພວມຍ່າງຄອຍໆຊອກຫາຂອງກິນຢູ່ຂ້າງຫ້ວຍນ້ຳ,  ອັນເຮັດໃຫ້ເດັກນ້ອຍຖືກໃຈແລ້ວພາກັນຕົບມື.  

ລາຍການສະແດງ “ສຽງບ້ານຂ້ອຍ”, ກອງລະຄອນຕຸກກະຕາແຫ່ງຊາດ ລາວ
      ທັດສະນີຍະພາບບົນເວທີຍັງຄືເກົ່າ ແຕ່ຜູ້ຊົມພັດຕົກໃຈຍ້ອນສຽງເຄື່ອງຈັກຂອງລົດລາງ, ສຽງຈັກຕັດໄມ້ ແລະ ແສງສີເຫຼື້ອມຍິບຍັບ. ນັກສະແດງຄົນໜຶ່ງໃສ່ໜ້າກາກທີ່ເຮັດດ້ວຍກາບໝາກ, ນຸ່ງຊຸດສຸພາບຮຽບຮ້ອຍກຳລັງຂັບລົດດ້ວຍຄວາມວາດນຶກເກີດມີສຽງລົດດັງຈົນເຈັບຫູ ຂັບລ້ຽວເຈີດໄປເຈີດມາຕຳໃສ່ຄົນທີ່ພວມຍ່າງຕາມທາງ, ເຮັດໃຫ້ເຂົາເຈົ້າໂກດແຄ້ນແລ້ວແກ່ວງຖົງຂີ້ເຫຍື້ອ, ທີ່ກຳລັງຖືໃນມືຖີ້ມລົງດິນ…ໃນຂະນະທີ່ເກີດການຖີ້ມຂີ້ເຫຍື້ອຊະຊາຍຂຶ້ນ, ໄດ້ມີຄົນອອກມາຕັກເຕືອນ ແຕ່ເຂົາເຈົ້າບໍ່ສົນໃຈ, ຄິດວ່ານັ້ນບໍ່ແມ່ນວຽກຂອງຕົນເອງ.
      ເວລານີ້, ຢູ່ເທິງເວທີສະແດງ, ນົກຍາງ 2 ໂຕກຳລັງຊອກຫາກິນ, ແຕ່ອາຫານຂາດແຄນ ດັ່ງນັ້ນ ພວກມັນຈຶ່ງຕ້ອງກິນທັງຖົງຢາງ, ແລ້ວຍັງຕ້ອງໄດ້ຕໍ່ສູ້ເພືີ່ອຍາດຊິງຂອງກິນກັບສັດອື່ນອີກ. ຍ້ອນອາຫານຂາດແຄນ ເຮັດໃຫ້ນົກຍາງທີ່ຄຳຮູ້ຕ້ອງກາຍເປັນບັນດາ “ນັກຮົບ” ໂດຍບໍ່ມີທາງເລືອກ. ໃນສາກລະຄອນທີ່ສະແດງນັ້ນ ເບິ່ງຄືວ່າພວກມັນກຳລັງຍາດຊິງກັນຢ່າງດຸເດືອດ, ບັນດານັກສິລະປະການໄດ້ປະສານການໂຄສະນາວາດຟ້ອນຕາມປະເພນີຂອງປະເທດຕົນເຂົ້າກັບຈັງຫວະດົນຕີທັນສະໄໝຢ່າງຄອງແຄ້ວ ເຮັດໃຫ້ຜູ້ຊົມທັງຫລາຍມີຄວາມຊື່ນຊົມທີ່ສຸດ. ເອື້ອຍ ຮ່ວາຍ, ຈົດຈໍ່ຕິດຕາມຕະຫລອດລາຍການສະແດງ. ລາວມັກລາຍການສະແດງນີ້ຫລາຍ ຍ້ອນເປັນເທື່ອທຳອິດທີ່ໄດ້ຮັບຊົມການສະແດງຟ້ອນຕຸກກະຕາ ລາວ.
      ນັບແຕ່ຕຸກກະຕາ, ການແຕ່ງກາຍຈົນຮອດສຽງດົນຕີລ້ວນແຕ່ມີສີສັນເອກະລັກສະເພາະຂອງລາວ. ພຽງແຕ່ເຫັນຄຳເກົ້າຂອງຕຸກກະຕາເທົ່ານັ້ນ ກໍ່ສາມາດເຫັນໄດ້ການແຕ່ງກາຍວິທີນຸ່ງຖືຂອງຄົນລາວ. ເມື່ອເບິ່ງການສະແດງປະສານກັບສຽງດົນຕີ, ແສງສີ ແລະ ກິລິຍາຂອງຕຸກກະຕາແມ່ນເຂົ້າໃຈງ່າຍ, ດຶງດູດຜູ້ຊົມ, ບັນດາປັດໄຈດັ່ງກ່າວໄດ້ໃຫ້ເດັກນ້ອຍຖືກອົກຖືກໃຈຢ່າງຍິ່ງ. ສິ່ງທີ່ຢາກສື່ອອກມາຜ່ານການສະແດງນັ້ນ ແມ່ນການຮ່ວມແຮງຮ່ວມໃຈປົກປັກຮັກສາທຳມະຊາດ, ເຖິງແມ່ນວ່າ ຈະເປັນການກະທຳທີ່ຕັ້ງໃຈ ຫຼື ບໍ່ຕັ້ງໃຈຂອງຕົນກໍ່ຕາມ ກໍ່ອາດເປັນການທຳລາຍທຳມະຊາດໄດ້. ນີ້ແມ່ນສານເຖິງວ່າຈະເກົ່າແຕ່ກໍ່ໃໝ່ອ່ຽມ, ຕ້ອງແຜ່ຂະຫຍາຍຢ່າງກ້ວາງຂວາງໄປກ່ວາອີກ.
      ຮູບພາບຕຸກກະຕາ 2 ຕົວຍົກຍໍຮັກສາເບ້ຍໄມ້ສີຂຽວຢ່າງຖະໜຸຖະໜອມທີ່ເຮັດດ້ວຍແພເສດປະສານເຂົ້າກັບສຽງແຄນລາວທີ່ລຶ້ງເຄີຍ ເຮັດໃຫ້ຜູ້ຊົມຮູ້ສຶກອຸ່ນອ່ຽນໃຈ. ບັນດາຕົ້ນໄມ້ສີຂຽວນັ້ນ ໄດ້ກາຍເປັນປ່າ ແລະ ໄດ້ດຶງດູດສັດສາວາສິ່ງຕ່າງໆເຂົ້າມາຢູ່ອາໄສ.
 
    ກອງລະຄອນຕຸກກະຕາແຫ່ງຊາດ ລາວ ຄວ້າໄດ້ລາງວັນຄຳ
      ການສະແດງໄດ້ສິ້ນສຸດລົງໃນເວລາ 8 ໂມງ 45 ນາທີ, ຜູ້ຊົມໃນໂຄງລະຄອນນັບຮ້ອຍໆຄົນ ໄດ້ລຸກຂຶ້ນຕົບມື. ສິ້ນສຸດງານມະໂຫລານຟ້ອນຕຸກກະຕາ 2018, ກອງລະຄອນຕຸກກະຕາແຫ່ງຊາດ ລາວ ຄວ້າໄດ້ລາງວັນຄຳ. ນອກນັ້ນ, ເຂົາເຈົ້າຍັງຄວ້າໄດ້ລາງວັນນັກສະແດງບັນຊາຕຸກກະຕາດີເດັ່ນ; ແຕ່ງກາຍຕົວລະຄອນຕຸກກະຕາດີເດັ່ນອີກດ້ວຍ ./.
 (ແຫຼ່ງຄັດຈາກ VOV)

 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top