• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາງວັນທ່ອງທ່ຽວແບບຍືນຍົງ ອາຊຽນຄັ້ງທີ 2

      ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ.
      
ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ (ພາບ:  aseantourism.travel)
      ລາງວັນທ່ອງທ່ຽວແບບຍືນຍົງ ອາຊຽນ (ASTA) ຄັ້ງທີ ສອງ (2020 - 2021) ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວວັດທະນະທຳ ແລະ ມໍລະດົກ” ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ ແລະ ເວັບໄຊ ທ່ອງທ່ຽວ  ຂອງບັນດາປະເທດ ອາຊຽນ.
        ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ, ເພື່ອແນໃສ່ຢັ້ງຢືນເຖິງການທ່ອງທ່ຽວເຂດຕົວເມືອງກໍ່ສາມາດພັດທະນາແບບຍືນຍົງຄືການທ່ອງທ່ຽວເຂດຊົນນະບົດ. ເວລາກຳນົດການສົ່ງເອກະສານເຂົ້າຮ່ວມການແຂ່ງຂັນແມ່ນວັນທີ 30 ຕຸລາ 2019. ໝາກຜົນຈະໄດ້ປະກາດໃນຕົ້ນເດືອນ ທັນວາ 2019 ແລະ ພິທີມອບລາງວັນຈະຖືກດຳເນີນໃນເດືອນ ມັງກອນ ປີ 2020 ໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF) ຢູ່ ບຣູໄນ.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top