• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ​ປະ​ກາດ​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ປ້ອງ​ກັນ​ຊາດ ຂອງ ຢູ​ແກຼນ

ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່.
(ພາບປະກອບ: THX/TTXVN)

ວັນທີ 7 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍໄດ້ປະກາດບັນດາກຳລັງຂອງປະເທດນີ້ ໄດ້ບຸກໂຈມຕີບັນດາເປົ້າໝາຍການທະຫານ ແລະ ພື້ນຖານໂຄງລ່າງຂອງ ຢູແກຼນ. ກະຊວງປ້ອງກັນປະເທດ ລັດເຊຍກໍ່ໃຫ້ຮູ້ວ່າ ບັນດາລະບົບປ້ອງກັນປະເທດຂອງປະເທດນີ້ ໄດ້ຍິງລູກລະເບີດນຳຖີ  3 ລູກຍິງລູກສອນໄຟຫຼາຍເລົາ HIMARS 3 ບະບົບ ແລະ ເຮືອບິນບໍ່ມີຄົນຂັບ 210 ລຳຂອງຢູແກຼນຕົກ.

ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່. ບັນດາປະເທດສຳພັນທະມິດຂອງ ອາເມລິກາໃນໄລຍະຜ່ານມາ ໄດ້ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພີ່ມການລົງໂທດລັດເຊຍ ຍ້ອນປະເທດນີ້ສືບຕໍ່ບຸກໂຈມຕີ ຢູແກຼນ, ເຖິງຢ່າງໃດກໍຕາມ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນຈະນຳໃຊ້ການເຈລະຈາເພື່ອຢຸດຕິການປະທະກັນ.

(ແຫຼ່ງຄັດຈາກ VOV)

ຝົນແດງ ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

Top