ຜ່ານໄລຍະຜ່າ 80 ປີ, ລັດຖະບານ ຫວຽດນາມ ພາຍໃຕ້ການຊີ້ນຳຂອງພັກ, ໄດ້ຮັດຫຼ້ອນທຸກພາລະກິດໂດຍພັກມອບໝາຍໃຫ້, ຈັດຕັ້ງ ແລະຄຸ້ມຄອງທຸກເນຄື່ອນໄຫວຂອງປະເທດຊາດ, ປະຕິບັດການຕໍ່ສູ້ອັນຍິ່ງໃຫຍ່ຢ່າງມີໄຊ, ມານະພະຍາຍາມສ້າງທ່ວງທ່າ, ສ້າງກຳລັງ, ສ້າງບັນຍາກາດ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງພື້ນຖານອັນໝັ້ນແກ່ນຢ່າງຕໍ່ເນື່ອງ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ ຂອງຊາດຢ່າງໝັ້ນແກ່ນ.
80 ປີລັດຖະບານ - ຂະບວນການໜຶ່ງ, ເປົ້າໝາຍໜຶ່ງ
ວັນທີ 28 ສິງຫາ 1945, ລັດຖະບານຊົ່ວຄາວ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມໄດ້ສ້າງຕັ້ງຈາກຂຶ້ນດ້ວຍຕົ້ນກຳເນີດແມ່ນ ຄະນະກຳມະການປົດປ່ອຍຊາດ. ວັນທີ 2 ກັນຍາ 1945, ລັດຖະບານຊົ່ວຄາວໄດ້ເປີດຕົວຕໍ່ພໍ່ແມ່ປະຊາຊົນທົ່ວປະເທດ ພ້ອມກັບການສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ - ສັງກາດເອກະລາດ, ເສລີພາບໃຫ້ແກ່ປະຊາຊົນ, ໃຫ້ແກ່ປະເທດຊາດ.
ນັບແຕ່ປີ 1946 – 1975, ລັດຖະບານໄດ້ສຸມໃສ່ຊີ້ນຳຮັກສາການດຳລົງຊີວິດຂອງປະຊາຊົນເປັນປົກກະຕິ. ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ ພ້ອມກັບກອງທັບ ແລະ ປະຊາຊົນໄດ້ປະຕິບັດພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ. ໃນໄລຍະສັນຕິພາບ, ລັດຖະບານໄດ້ສຸມໃສ່ສ້າງ ແລະ ພັດທະນາເສດຖະກິດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຟື້ນຟູການຜະລິດຳເນີນທຸລະກິດ, ພ້ອມທັງສືບຕໍ່ຕໍ່ສູ້ປົກປັກຮັກສາເຂດຊາຍແດນຢ່າງໝັ້ນແກ່ນ ແລະ ປະຕິບັດພັນທະສາກົນອັນສູງສົ່ງ. ບັນດາໝາກຜົນຂອງການປ່ຽນແປ່ງໃໝ່ນີ້ ໄດ້ປະກອບສ່ວນປ່ຽນແປງສະພາບການເສດຖະກິດ - ສັງຄົມ, ນຳປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ, ຄ່ອຍໆສ້າງຕັ້ງ ແລະ ປັບປງຸບັນດາທັດສະນະທີ່ມາຈາກຕົວຈິງ ກ່ຽວກັບການພັດທະນາ ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ຂອງພັກ (ເດືອນທັນວາ 1986) ໄດ້ເປີດສັງກາດໃໝ່ - ສັງກາດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
ຫວຽດນາມ ຈາກພື້ນຖານເສດຖະກິດອີງຕາມການໜູນຊ່ວຍ, ຖືກປິດລ້ອມ, ຂວ້ຳບາດ ໄດ້ກາຍເປັນພື້ນຖານເສດຖະກິດເປີດ, ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຂຶ້ນກັບກຸ່ມບັນດາປະເທດເຕີບໂຕສູງທີ່ສຸດໃນພາກພື້ນ, ໂລກ, ຂຶ້ນກັບກຸ່ມ 15 ປະເທດດຶງດູດເງິນລົງທຶນຈາກຕ່າງປະເທດແຖວໜ້າ ແລະ ກຸ່ມ 20 ປະເທດມີຂອບຂະໜາດທາງການຄ້າໃຫຍ່ທີ່ສຸດໃນໂລກ. ຫວຽດນາມ ໄດ້ຮັບການຕີລາຄາແມ່ນແບບຢ່າງປະສົບຜົນສຳເລັດ ໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ (MDGs), ປະຕິບັດສຳເລັດເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
ໃນສະພາບການສາກົນ, ປັດຈຸບັນ, ຫວຽດນາມໄດ້ເຊັນ, ເຂົ້າຮ່ວມສັນຍາການຄ້າເສລີ 17 ສະບັບ, ມີການພົວພັນທາງການທູດກັບເກືອບ 200ປະເທດ, ມີການພົວພັນຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 38 ປະເທດ, ໃນນັ້ນມີ 5 ປະເທດກຳມະການຖາວອນ ສະພາຄວາມໝັ້ນຄົງ ສປຊ, ເຮັດໃຫ້ປະເທດຫວຽດນາມ ບໍ່ມີເວລາໃດທີ່ມີ ກຳລັງຄວາມສາມາດ, ຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.
ໜຶ່ງໃນບັນດາໜ້າທີ່ສຳຄັນປັດຈຸບັນ ຂອງລັດຖະບານແມ່ນສຸມໃສ່ປະຕິບັດແຜນນະໂຍບາຍສັບຊ້ອນ ການຈັດຕັ້ງ ກົງຈັກລະບົບການເມືອງ ຢ່າງກະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ແລະ ສ້າງຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ພ້ອມກັນນັ້ນ, ມານະພະຍາຍາມບັນລຸໄດ້ສອງເປົ້າໝາຍຍຸດທະສາດ 100 ປີຕາມມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຊຸດທີ XIII.
ລັດຖະບານສືບຕໍ່ສຸມໃສ່ຊີ້ນຳຍູ້ແຮງ ສາມບຸກທະລຸຍຸດທະສາດ, ກຳນົດຮູບແບບການເຕີບໂຕໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ, ສ້າງກຳລັງຜະລິດໃໝ່. ຕັດສິນໃຈປະຕິບັດສີ່ເສົາຄ້ຳ ຢ່າງຂ້ຽວຂາດ ຕາມບັນດາມະຕິຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນ, ສ້າງ ແລະ ປະຕິບັດກົດໝາຍ, ພັດທະນາເສດຖະກິດເອກະຊົນ.
ບົດຮຽນຈາກປະຫວັດສາດ
ໃນຕະຫຼອດໄລຍະປະຫວັດສາດ 80 ປີຜ່ານມາ, ລັດຖະບານບັນດາສະໄໝຕ່າງໆໄດ້ສະແດງໃຫ້ເຫັນຈິດໃຈຄວາມຕັດສິນໃຈຢ່າງສູງ, ຄວາມມານະພະຍາຍາມອັນໃຫຍ່ຫຼວງ, ການກະທຳຂ້ຽວຂາດ, ພ້ອມກັບພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ບັນລຸໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ຈາກພຶດຕິກຳຕົວຈິງໃນການເຄື່ອນໄຫວ, ລັດຖະບານປັດຈຸບັນອາດສາມາດຖອດຖອນໄດ້ບົດຮຽນອັນລ້ຳຄ່າຈຳນວນໜຶ່ງ.
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໃນສະພາບການໂລກ, ພາກພື້ນ, ພາຍໃນປະເທດມີບັນດາໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ສະຫຼັບຊັບຊ້ອນກັນ, ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກ່ວາ, ພາຍໃຕ້ການຊີ້ນຳຂອງພັກ, ດ້ວຍຈິດໃຈ ລັດຖະບານເປັນຜູ້ຮັບໃຊ້ ປະຊາຊົນ”, “ຖືສິດຜົນປະໂຫຍດຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ວຽກງານໃດມີຜົນປະໂຫຍດໃຫ້ປະຊາຊົນຕ້ອງເຮັດຈົນສຸດຄວາມສາມາດຂອງຕົນ. ວຽກງານໃດມີຜົນຮ້າຍຕໍ່ປຊະຊົນຕ້ອງຫຼີກລ້ຽງ”, ລັດຖະບານສະແດງຄວາມຮູ້ບຸນຄຸນ ແລະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ສະຫງ່າອົງອາດຂອງລັດຖະບານຜ່ານບັນດາໄລຍະເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປ່ຽນແປງໃໝ່ຈິນຕະນາການຢ່າງບໍ່ຢຸດຢັ້ງ, ມີການກະທຳຢ່າງຂ້ຽວຂາ, ມີຄຸນນະທາດ, ໝັ້ນໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສອງເປົ້າໝາຍຍຸດທະສາດ 100 ປີເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ວາງອອກຢ່າງມີໄຊ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ 80 ປີແຫ່ງການເຄື່ອນໄຫວຂອງລັດຖະບານ ແມ່ນໄລຍະທາງດ້ວຍເປົ້າໝາຍໜຶ່ງ ດ້ວຍຈິດໃຈສາມັກຄີ, ເມດຕາປານີ, ມີຈິດໃຈ, ຄຸນນະພາບ, ມີຄວາມໝັ້ນຄົງ, ມີຄວາມມຸ່ງຫວັງ, ຖືເປັນສຳຄັນເວລາ, ພູມປັນຍາ ແລະ ການຄວາມຕັດສິນໃຈ. ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ ພ້ອມກັບພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່,ທັດເທົ່າກັບບັນດາປະເທດມະຫາອຳນາດໃນ ຫ້າທະວີບ.