• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍພ້ອມແລ້ວທີ່ຈະຕ້ອນຮັບທ່ານ Kim Jong- Un ປະທານ ສປປ.ເກົາຫຼີ ມາຢ້ຽມຢາມ

      ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ແລະ ສປປ.ເກົາຫຼີ ຮັກສາການພົບປະຜ່ານຊ່ອງທາງການທູດຢ່າງເປັນປະຈຳ
            ວັນທີ 4 ມີນາ, ທ່ານ Dmitry Peskov ໂຄສົກຂອງປະທານາທິບໍດີ ລັດເຊຍໃຫ້ຮູ້ວ່າ ການເດີນທາງຢ້ຽມຢາມລັດເຊຍຂອງທ່ານ Kim Jong- Un  ການນຳ ສປປ.ເກົາຫຼີ ແມ່ນຢູ່ໃນແຜນດໍາເນີນງານລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາວ່າກຳນົດເວລາດຳເນີນການຢ້ຽມຢາມສອງຝ່າຍຈະໄດ້ ເປັນເອກະພາບກັນໃນອະນາຄົດໃກ້ນີ້.
            ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ເຊີນການນຳ ສປປ.ເກົາຫຼີມາຢ້ຽມຢາມ ລັດເຊຍ. ແຕ່ກ່ອນໜ້ານັ້ນໄດ້ມີແຜນການວ່າທ່ານ Kim Jong-Un ຈະເຂົ້າຮ່ວມເວທິປາໄສເສດຖະກິດທາງທິດຕາເວັນອອກ ຢູ່ນະຄອນ Vladivostock ໃນເດືອນກັນຍາ ປີ 2018 ແຕ່ບໍ່ເປັນໄປຕາມແຜນ. ປັດຈຸບັນ, ລັດເຊຍໄດ້ເນັ້ນໜັກວ່າພ້ອມແລ້ວທີ່ຈະຕ້ອນຮັບການນຳ ສປປ.ເກົາຫຼີ ໃນເວລາໃດໜຶ່ງເໝາະສົມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top