• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ

      ຕອນບ່າຍວັນທີ 07 ກຸມພາ, ທີ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ຄຸ໋ງແຊວຢຸງ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ  ຄຸ໋ງແຊວຢຸງ  (ພາບ: TTXVN)
      ທ່ານພົນເອກ ໂງຊວນລິກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ຄຸ໋ງແຊວຢຸງ ແລະ ຢັ້ງຢືນວ່າໃນອາຍຸການປະຕິບັດງານຢູ່ ຫວຽດນາມ ທ່ານເອກອັກຄະລັດຖະທູດເປັນຂົວຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ພັກ, ລັດ, ລັດຖະບານ ແລະ ປະຊາຊົນ 2 ປະເທດນັບມື້ນັບພັດທະນາອັນດີງາມ, ໃນນັ້ນ ການພົວພັນດ້ານປ້ອງກັນຊາດມີບາດກ້າວພັດທະນາໃໝ່. ການພົວພັນກ່ຽວກັບດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໄດ້ກາຍເປັນເສົາຄ້ຳໃນການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ຢ່າງແທ້ຈິງ. ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ ໃນຕຳແໜ່ງປະຕິບັດງານໃໝ່ ທ່ານເອກອັກຄະລັດຖະທູດ ຄຸ໋ງແຊວຢຸງ ຈະສືບຕໍ່ມີບັນດາການປະກອບສ່ວນສຳຄັນ ຊຸກຍູ້ການພົວພັນ 2 ປະເທດເວົ້າລວມ ແລະ ການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະໃຫ້ນັບມື້ນັບພັດທະນາດີງາມກ່ວາ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top