• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14

      ຕອນເຊົ້າວັນທີ 28 ພຶດສະພາ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ, ພາຍຫຼັງລວບລວມຄຳເຫັນຈາກບັດຂໍຄວາມເຫັນຈາກບັນດາສະມາຊິກສະພາແຫ່ງຊາດ ໄດ້ຄັດເລືອກເອົາ 4 ກຸ່ມບັນຫາເພື່ອຊັກຖາມ ແລະ ຕອບຄຳຊັກຖາມ ທີ່ກອງປະຊຸມເທື່ອທີ 5 (ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 04 – 06 ມິຖຸນາ).

(ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມ)
      ນັ້ນແມ່ນກຸ່ມບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາຂະແໜງການຄື: ຄົມມະນາຄົມຂົນສົ່ງ, ຊັບພະຍາກອນສິ່ງແວດລ້ອມ, ການສຶກສາ ແລະ ບຳລຸງສ້າງ, ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ. ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມແມ່ນ: ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນເທີ; ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ; ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸງຊວນຢ້າ ແລະ ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢຸງ.
      ໃນວາລະຊັກຖາມ ແລະ ຕອບຄຳຊັກຖາມ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີບັນດາກະຊວງທີ່ກ່ຽວຂ້ອງ, ການນຳບັນດາທ້ອງຖິ່ນທີ່ກ່ຽວຂ້ອງບາງທ່ານ ຈະພ້ອມກັນເຂົ້າຮ່ວມການອະພິປາຍບັນດາບັນຫາທີ່ກ່ຽວຂ້ອງ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ວາງອອກ. ຕາມປົກກະຕິແລ້ວ, ທີ່ກອງປະຊຸມສະພາແຫ່ງຊາດກາງປີ, ທ່ານນາຍົກລັດຖະມົນຕີ ເຄີຍມອບສິດໃຫ້ຮອງນາຍົກລັດຖະມົນຕີທ່ານໜຶ່ງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top