• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ​ເພີ່ມ​ທະວີ​ການສະໜອງບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ໃຫ້​ແກ່​ປະຊາຊົນ

 ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມກ່ຽວກັບການສະໜອງການບໍລິການສາທາລະນະທາງອອນລາຍ ແລະ ຮັບເອົາຄໍາເຫັນປະກອບ, ຂໍ້ສະເໜີີແນະໃນຖານປະຕູການບໍລິການສາທາລະນະແຫ່ງຊາດໃນການປະຕິບັດການໜູນຊ່ວຍປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.

 ກອງປະຊຸມກ່ຽວກັບການສະໜອງການບໍລິການສາທາລະນະທາງອອນລາຍ (ພາບ: VGP)

     ສະຫຼຸບກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ ເລື່ອງໃຫ້ການໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ແມ່ນນະໂຍບາຍບຸລິມະສິດແຖວໜ້າຂອງພັກ, ລັດຫວຽດນາມ. ທ່ານ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າຂໍ້ສະເໜີວ່າ ລະບຽບການໃດທີ່ຕ້ອງຫັນເປັນງ່າຍດາຍ, ຕ້ອງເຮັດໃຫ້ກະທັດລັດ ກໍຄວນຮວບຮ່ວມເຂົ້າໄດ້. ທີສອງແມ່ນຈະມີການເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາອົງການສໍານັກງານ, ບໍ່ປະໃຫ້ຜູ້ນໍາໃຊ້ແຮງງານ ຕ້ອງໄປຮອດສໍານັກງານແຕ່ລະແຫ່ງເພື່ອເຮັດລະບຽບການບໍລິຫານ. ຕົກລົງເປັນເອກະພາບກັນ ຮຽກຮ້ອງໃຫ້ບັນດາວິສາຫະກິດ ແລະ ຜູ້ທີ່ໄດ້ຊົມໃຊ້ນະໂຍບາຍນີ້ ປະຕິບັດຜ່ານທາງອອນລາຍໃນຖານປະຕູການບໍລິການສາທາລະນະຂັ້ນແຂວງ, ນະຄອນ ແລະ ລະດັບຊາດ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top