• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ ແລະ ຊຸກຍູ້ທ່າອ່ຽງຊຳເອເລັກໂຕນິກຢູ່ ຫວຽດນາມ

      ຕອນເຊົ້າວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ໜັງສືພິມເອເລັກໂຕນິກ VNExpress ສົມທົບກັບບໍລິສັດຫຸ້ນສ່ວນຊຳລະແຫ່ງຊາດ ຫວຽດນາມ ຈັດຕັ້ງເວທີປາໄສຊຳລະເອເລັກໂຕນິກ ຫວຽດນາມ 2017. 
 
ເວທີປາໄສຊຳລະເອເລັກໂຕນິກ ຫວຽດນາມ 2017
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເນັ້ນໜັກວ່າ:
        “ດ້ວຍບັນດາຜົນປະໂຫຍດອັນໃຫຍ່ຫລວງນັ້ນ ຊຶ່ງບັນດາການບໍລິການໃໝ່ ສາມາດນຳມາໃຫ້ປະຊາຊົນສ່ວນຫລວງຫລາຍ, ພັກ ແລະ ລັດຖະບານໄດ້ມີລັດຖະນະໂຍບາຍ, ແຜນຮ່າງຫລາຍສະບັບ ເພື່ອຊຸກຍູ້ການຊຳລະໂດຍບໍ່ໃຊ້ເງິນສົດເວົ້າລວມ ແລະ ການຊຳລະເອເລັກໂຕນິກເວົ້າສະເພາະ. ພວກເຮົາພວມຢູ່ໃນວິວັດການສ້າງຍຸດທະສາດການເງິນຮອບດ້ານລະດັບຊາດ, ຊຶ່ງການຊຳລະເອເລັກໂຕນິກຈະແມ່ນສ່ວນໜຶ່ງ ເພື່ອປະຕິບັດຍຸດທະສາດນີ້. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະອຳນວຍຄວາມສະດວກ ແລະ ຊຸກຍູ້ທ່າອ່ຽງການຊຳລະເອເລັກໂຕນິກຢູ່ ຫວຽດນາມ ”
        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ມີການພົບປະກັບມະຫາເສດຖີ Jack Ma ສະມາຊິກສ້າງຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Alibaba.
 (ແຫຼ່ງຄັດຈາກ VOV)
 

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top