• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມກຳລັງໃຈ, ມອບຂອງຂວັນໃຫ້ຊາວຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19

      ບັນດາຊາວຕ່າງປະເທດອາໄສຢູ່ບໍລິເວນນີ້ຈະສືບຕໍ່ສະໜັບສະໜູນບັນດາແຜນນະໂຍບາຍຂອງນະຄອນ ໂຮ່ຈີມິນ ແລະ ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ມອບຂອງຂວັນໃຫ້ຊາງຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19
(ພາບ: TTXVN)
      ຕອນບ່າຍວັນທີ 19 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນ ທູດຶກ, ນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ແກ່ບັນດາຊາວຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19, ທີ່ພວມດຳລົງຊີວິດຢູ່ບໍລິເວນນະຄອນ ທູດຶກ. ທີ່ການພົບປະ, ທ່ານ ເຈິ່ນຮິ້ວເຟືອກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ທູດຶກ ໄດ້ລະດົມກຳລັງໃຈ, ແບ່ງປັນກັບບັນດາຊາວຕ່າງປະເທດພວມອາໄສໃນບໍລິເວນກ່ຽວກັບຄວາມຫຍຸ້ງຍາກເຊິ່ງເຂົາເຈົ້າຕ້ອງປະເຊີນໜ້າໃນໄລຍະຈັດວາງການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພ້ອມກັນນັ້ນທ່ານຍັງສະແດງຄວາມປາດຖະໜາວ່າ ບັນດາຊາວຕ່າງປະເທດອາໄສຢູ່ບໍລິເວນນີ້ຈະສືບຕໍ່ສະໜັບສະໜູນບັນດາແຜນນະໂຍບາຍຂອງນະຄອນ ໂຮ່ຈີມິນ ແລະ ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ການນຳນະຄອນ ທູດຶກ ໄດ້ມອບຂອງຂວັນທີ່ມີມູນຄ່າ 2,5 ລ້ານດົ່ງ (ລວມທັງເງິນສົດ ແລະ ສິນຄ້າທີ່ຈຳເປັນ) ໃຫ້ແກ່ບັນດາຊາວຕ່າງປະເທດພວມດຳລົງຊີວິດຢູ່ບໍລິເວນນະຄອນ ທູດຶກ. 
(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top