• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ, ສຳ​ພັນ​ສູ້​ຮົບ​ປອດ​ໄສ​ບໍ​ລິ​ສຸດ ຫວຽດ​ນາມ-ລາວ

ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງການນຳພັກ, ລັດ, ສະພາແຫ່ງຊາດ; ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ໝູ່ຄະນະຂອງສູນກາງ ແລະ ກອງທັບ; ຜູ້ຕາງໜ້າກະຊວງປ້ອງກັນປະເທດ ລາວ, ສະຖານທູດ, ທູດທະຫານ ແລະ ນັກຮຽນລາວ ຢູ່ ຫວຽດນາມ....
(ພາບ: qdnd.vn)

ວັນທີ 25 ຕຸລາທີ່ຈະມາເຖິງ, ຢູ່ ຮ່າໂນ້ຍ, ຈະຈັດກອງປະຊຸມສຳມະນາຂັ້ນກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງ 75 ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 - 30/10/2024).  ນີ້ແມ່ນຂ່າວໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສະໜອງ ທີ່ກອງປະຊຸມຂ່າວ ແນະນຳກອງປະຊຸມສຳມະນາ ຈັດຂຶ້ນໃນຕອນເຊົ້າວັນທີ 18 ຕຸລາ ຢູ່ ຮ່າໂນ້ຍ.

   ຄາດວ່າ ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງການນຳພັກ, ລັດ, ສະພາແຫ່ງຊາດ; ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ໝູ່ຄະນະຂອງສູນກາງ ແລະ ກອງທັບ; ຜູ້ຕາງໜ້າກະຊວງປ້ອງກັນປະເທດ ລາວ, ສະຖານທູດ, ທູດທະຫານ ແລະ ນັກຮຽນລາວ ຢູ່ ຫວຽດນາມ; ຜູ້ຕາງໜ້າຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ພ້ອມດ້ວຍບັນດານັກວິທະຍາສາດ, ພະຍານຫຼັກຖານປະຫວັດສາດ…

   ກອງປະຊຸມສຳມະນາເພື່ອແນໃສ່ຢັງຢືນ ນ້ຳໃຈສາມັກຄີແບບພິເສດ, ສຳພັນສູ້ຮົບປອດໄສບໍລິສຸດ ລະຫວ່າງພັກ, ລັດ, ກອງທັບ ແລະ ປຊຊ ສອງປະເທດ; ຢັ້ງຢືນ ແລະ ເຮັດໃຫ້ແຈ້ງການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ-ປັດໄຈຕັດສິນທຸກໄຊຊະນະຂອງ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຢູ່ລາວ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top