“ຢັ້ງຢືນທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ”. ສິ່ງດັ່ງກ່າວ ໂດຍທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນໃນວັນທີ 1 ມິຖຸນາ, ເມື່ອຕອບສຳພາດກ່ຽວກັບໝາກຜົນແຫ່ງການຢ້ຽມຢາມ ໄທ, ສິງກະໂປ, ຟີລິບປິນ, ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ Shangri-la ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ (ແຕ່ວັນທີ 27 ພຶດສະພາຫາວັນທີ 1 ມິຖຸນາ). ຕາມທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ໃນບັນດາການຢ້ຽມຢາມຄັ້ງນີ້,ການນຳ ຫວຽດນາມ, ໄທ, ສິງກະໂປ ແລະ ຟີລິບປິນ ໄດ້ເຫັນດີເປັນເອກະພາບສ້າງຕັ້ງບັນດາກົນໄກໃໝ່, ສະແດງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືເຂົ້າສູ່ລວງເລິກ; ປັບປຸງຮອບດ້ານ, ຊຸກຍູ້ການຮ່ວມມືຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນກັບສາມປະເທດໃນທຸກຊ່ອງທາງ ພັກ, ລັດ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ. ພ້ອມດຽວກັນນັ້ນ, ເພີ່ມທະວີຄວາມຜູກພັນ, ຮ່ວມສຳພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ລະຫວ່າງບັນດາປະເທດ ອາຊຽນ… ຜົນສຳເລັດຂອງການຢ້ຽມຢາມ ກໍແມ່ນພະຍານຫຼັກຖານທີ່ຊີ້ໃຫ້ເຫັນຢ່າງຈະແຈ້ງ ການຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ, ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນ ແກ້ໄຂບັນດາບັນຫາລວມຂອງສາກົນ.
ຈຸດເດັ່ນທີ່ສຳຄັນ ແມ່ນບົດກ່າວປາໄສຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໃນກອງປະຊຸມ Shangri-la ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະຂອງ ຫວຽດນາມ ກ່ຽວກັບສະພາບການໂລກໃນປັດຈຸບັນ; ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຍາມໃດກໍຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດ ອາຊຽນ, ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການປັບປຸງຄວາມສາມັກຄີ, ເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ, ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ; ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດຂອງ ຫວຽດນາມ ດ້ວຍຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ມີອິດທິພົນຊື່ສຽງໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ.






