• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງ​ໄປ​​ເຖິງ​ວິ​ໄສ​ທັດ​ສ້າງ​ປະຊາ​ຄົມ ອາຊຽນ ປາສະຈາກ​ຢາ​ເສບ​ຕິດ

ກອງປະຊຸມອອນລາຍ ສະມັດຊາທີ່ປຶກສາສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ກ່ຽວກັບໄພອັນຕະລາຍຂອງຢາເສບຕິດຄັ້ງທີ 3 ຖືກດໍາເນີນໃນຕອນເຊົ້າວັນທີ 29 ມິຖຸນາ.

ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ (ພາບ: TTXVN)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດໃນທົ່ວໂລກ ແລະ ພາກພື້ນ. ທ່ານນາງກ່າວວ່າ:

        “ປີນີ້, ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຫົວຂໍ້ຂອງກອງປະຊຸມແມ່ນ “ຫັນຄໍາເວົ້າເປັນການກະທໍາ ມຸ່ງໄປເຖິງປະຊາຄົມ ອາຊຽນ ປາສະຈາກຢາເສບຕິດ” ແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ AIPA ສ້າງ ອາຊຽນ ສະໜິດຕິດພັນ ແລະ ຮັບມືໃນຂົງເຂດປ້ອງກັນ, ຕ້ານຢາເສບຕິດ. ຍຸດທະສາດປ້ອງກັນ, ຕ້ານຢາເສບຕິດ ຕ້ອງໄດ້ຮັບການດັດປັບໃຫ້ສອດຄ່ອງກັບສະພາບການໃໝ່, ໃນນັ້ນ ຖືມະນຸດເປັນໃຈກາງ, ເປີດກວ້າງຂອບຂະໜາດ, ຂອບເຂດຂອງບັນດາໂຄງການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ລວມທັງບັນດາໂຄງການເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່, ຊ່ວຍໃຫ້ຜູ້ຕິດຢາເສຍຕິດ ໄດ້ເຊື່ອມຕົວເຂົ້າກັບສັງຄົມ ແລະ ສ້າງຊີວິດໃໝ່ ໂດຍປາສະຈາກຢາເສບຕິດ”.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top