ຂ່າວສານ
ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້
ເມື່ອແລກປ່ຽນກ່ຽວກັບບັນດາກຳນົດທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແມ່ນກຳລັງໜູນ, ມາດຕະການໃຈກາງ. ການນຳສອງທ່ານສະເໜີໃຫ້ສອງປະເທດເປີດປະຕູຕະຫຼາດໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງ ແລະ ວິສາຫະກິດຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ ແລະ ເຂົ້າຕະຫຼາດພາກພື້ນ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ ແລະ ມີກຳລັງບົ່ມຊ້ອນຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ບໍ່ແຮ່, ອຸດສາຫະກຳປະດິດແຕ່ງ, ກະສິກຳ, ການຮັກສາສັນຕິພາບ, ການສຶກສາ, ບຳລຸງວິຊາຊີບ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ...; ສົມທົບກັນຈັດບັນດາກິດຈະກຳພົບປະແລກປ່ຽນປະຊາຊົນ, ແລກປ່ຽນສິລະປະ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສົນທະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຊົມເຊີຍເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ອົງການທີ່ກ່ຽວຂ້ອງຂອງສອງປະເທດຕັ້ງໜ້າແລກປ່ຽນ, ເຈລະຈາກັນ ມຸ່ງໄປເຖິງການລົງນາມໃນເອກະສານສຳຄັນສະບັບຕ່າງໆ, ສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ, ເຊັ່ນ ສັນຍາຫຼີກລ້ຽງການເສຍພາສີຊ້ຳຊ້ອນ, ສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທົ່ວໄປ, ສັນຍາຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ..., ສ້າງກອບນິຕິກຳຢ່າງໜັກແໜ້ນໃຫ້ການຮ່ວມມື ແລະ ພັດທະນາສາຍພົວພັນສອງປະເທດໃນໄລຍະຈະມາເຖິງ”.
ສ່ວນທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແກ່ນສານຂອງ ອາຟະລິກາໃຕ້ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງພື້ນຖານໃຫ້ແກ່ການພົວພັນທີ່ມີໂຄງປະກອບຈະແຈ້ງກວ່າ, ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້.
ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.








