• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ສະ​ມາ​ຊິກ​ຊາວ​ໜຸ່​ມ, ຊາວ​ໜຸ່ມ ດ່າ​ໜັງ ກວ່າ 300.000 ເທື່ອ​ຄົນ ເຂົ້າ​ຮ່ວມ​ບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ລະ​ດູ​ຮ້ອນ

ບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ ອາ​ສາ​ສະ​ໝັກ​ລະ​ດູ​ຮ້ອນ ນະ​ຄອນ ດ່າ​ໜັງ ປີ 2026 ໄດ້​ດຳ​ເນີນ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ ຫາ​ທ້າຍ​ເດືອນ​ກັນ​ຍາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ 8 ທິມ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ, ມີ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມກວ່າ 300.000 ເທື່ອ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ.
  ການ​ປູກ​ຕົ້ນ​ໄມ້​ແມ່ນ​ກິດ​ຈະ​ກຳ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ (ພ​າບ: VOV)  

ໃນ​ບັ້ນ​ຮົບ​ນີ້, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ດ່າ​ໜັງ ວາງ​ອອກຫຼາຍ​ຄາດ​ໝາຍ​ສຳ​ຄັນ​ຄື: ປູກ​ຕົ້ນ​ໄມ້​ສີ​ຂຽວໃໝ່ 200.000 ຕົ້ນ, ກໍ່​ສ້າງ​ໃໝ່ ແລະ ສ້ອມ​ແປງ​ທາ​ງ​ຄ​ົມ​ມະ​ນາ​ຄົມ​ເຂດ​ຊົນ​ນະ​ບົດ; ຝຶກ​ອົບ​ຮົມ​ກ່ຽວ​ກັບ​ຄວາມ​ຮູ້ startup ໃຫ້​ແກ່​ຊາວ​ໜຸ່ມ 20.000 ເທື່ອ​ຄົນ. ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ທຸກ​ຂັ້ນ ຈັດ​ການ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ການ​ເລືອກວິ​ຊາ​ຊີບ ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ແນະ​ນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່​ມ, ຮັ​ບ​ປະ​ກັນ​ແຕ່​ລະ​ຕາ​ແສງ​ຢ່າງ​ໜ້ອຍ​ສຸດ​ມີ 1 ທິມ​ງານ “ປະ​ຊາ​ສຶກ​ສາ​ດີ​ຈີ​ຕ​ອນ”. ເນື່ອງ​ໃນ​ໂອ​ກາດ​ນີ້, ໄວ​ໜຸ່ມ​ນະ​ຄອນ ດ່າ​ໜັງ ກໍ​ຈະ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຫັນ​ເປັນ​ດີ​ຈີ​ຕອນ, ໜູນ​ຊ່ວຍອ​ະ​ນຸ​ຊົນ​ເຍົາ​ວະ​ຊົນ ຜູ້​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຈັດ​​ໂຄງ​ການກວດສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້​າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ ຢູ່​ບັນ​ດາ​ຕາ​ແສງ​ເຂດ​ພູ​ດອຍ, ເຂດ​ຊາຍ​ແດນ. ທ່ານ ອາ​ຕິງ​ຕວ່ານ, ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ ຕາ​ແສງ ດົງ​ຢາງ, ນະ​ຄອນ ດ່າ​ໜັງ ໃຫ້​ຮູ້​ວ່າ:

“ຄະ​ນະ​ຊາວ​ໜຸ່ມ​ຕາ​ແສງ ດົງ​ຢາງ ຜັນ​ຂະ​ຫຍາຍ​ບັ້ນ​ຮົບ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ລະ​ດູ​ຮ້ອນ ດ້ວຍຫຼາຍ​ກິດ​ຈ​ະ​ກຳ​ທີ່​ມີ​ກຳ​ລັງ​ແຜ່​ກະ​ຈາຍ​​ໄປເຖິງ​ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຂອງ​ຕາ​ແສງ. ​ມີບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ​. ນີ້​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຈຳນວນຫຼາຍ, ​ເພື​່ອເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ໜຸ່ມ​ຂອງ​ຕົນ​ໄດ້​ຢ່າງ​ເຕັມ​ສ່ວນ”.

(ແຫຼ່ງຄັດຈາກ VOV)

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

ໃນ​ລະ​ຫວ່າງວັນ​ທີ 04 – 06 ມິ​ຖຸ​ນາ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF 29), ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ.

Top