ຂ່າວສານ
ມີຜູ້ແທນ 600 ທ່ານເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ IX
ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນສົມບູນ 600 ທ່ານ ຕາງໜ້າໃຫ້ແກ່ສະມາຊິກ, ຊາວກະສິກອນກວ່າ 10 ລ້ານຄົນໃນທົ່ວປະເທດ.
ຕອນເຊົ້າວັນທີ 7 ມິຖຸນາ, ບັນດາຜູ້ແທນເຂົ້າສຸສານວາງພວງມາລາ, ໄຫວ້ອາໄລປະທານ ໂຮ່ຈີມິນ ແລະ ວາງພວງມາລາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສອນສະຖານ ບັກເຊີນ.
ຫຼັງຈາກນັ້ນ, ກອງປະຊຸມໃຫຍ່ໄດ້ດຳເນີນວາລະປະຊຸມຄັ້ງປະຖມມະເລິກ ດ້ວຍຫຼາຍເນື້ອໃນທີ່ສຳຄັນ.
ຕາມລາຍການຂອງກອງປະຊຸມໃຫຍ່, ຕອນເຊົ້າວັນທີ 8 ມິຖຸນາ, ກອງປະຊຸມໃຫຍ່ຈະດຳເນີນພິທີໄຂຢ່າງສົມກຽດ ດ້ວຍການເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຂອງການນຳພັກ, ລັດ; ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII ແລະ ບັນດາຄຳເຫັນປະກອບ.






