• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍາຍາມປ່ຽນໃຫມ່ເພື່ອຮັບໃຊ້ຄວາມຕ້ອງການເບິ່ງແຍງສຸຂະພາບປະຊາຊົນໃຫ້ດີກວ່າ

ໃນປີ 2017, ຂະແຫນງສາທາລະນະສຸກ ໄດ້ມີການປ່ຽນແປງຫລາຍຢ່າງ ເພື່ອແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວຢູ່ບັນດາຮາກຖານສາທາລະນະສຸກ, ມຸ້ງໄປເຖິງຄວາມພຶງພໍໃຈຂອງຄົນເຈັບ. 

ທ່ານນາງ ຫງວຽນທິກີມຕຽນ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ
ປີ 2018 ທົ່ວຂະແຫນງສືບຕໍ່ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ ເພື່ອຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ທ່ານນາງ ຫງວຽນທິກີມຕຽນ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຢືນຢັນຄືດັ່ງກ່າວໃນການແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດຕົ້ນປີ 2018. ຕາມນັ້ນແລ້ວ ຂະແຫນງສືບຕໍ່ຍູ້ແຮງການຕີລາຄາຄຸນນະພາບ ແລະ ປັບປຸງຄຸນນະພາບຕາມ ໝວດມາດຖານຄຸນນະພາບຂອງໂຮງໝໍ, ເພື່ອແນໃສ່ຊ່ວຍໂຮງໝໍ ກຳນົດບັນດາບັນຫາຍັງຄົງຄ້າງ, ບັນດາບັນຫາຍັງອ່ອນດ້ອຍ, ຍັງບໍ່ທັນຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງປະຊາຊົນໄດ້ ເພື່ອວາງອອກບັນດາບັນຫາບຸລິມະສິດຄວນດັດປັບ. 
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top