• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍາຍາມປະຕິບັດສຳເລັດ “ບັ້ນເຄື່ອນໄຫວ ກວາງຈູງ” ກ່ອນວັນທີ 15 ມັງກອນ 2026

ເລື່ອງປະຕິບັດສຳເລັດ “ບັ້ນເຄື່ອນໄຫວ” ທັງໝົດໃຫ້ຖືກຕາມແຜນການທີ່ໄດ້ວາງອອກ ແມ່ນເພື່ອສ້າງເງື່ອນໄຂສະດວກໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈດຳລົງຊີວິດ
(ຕຳຫຼວດ ລາວກາຍ ໜູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ພໍ່ແມ່ປະຊາຊົນ)

ວັນທີ 01 ມັງກອນ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນປະກາດໃຊ້ໂທລະເລກ ສະບັບເລກທີ 01 ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ມານະພະຍາຍາມປະຕິບັດສຳເລັດ “ບັ້ນເຄື່ອນໄຫວ ກວາງຈູງ”.

        ໃນໂທລະເລກ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລຂາຄະນະພັກແຂວງ, ນະຄອນ ແລະ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ, ລວມມີ: ກວາງຈິ້, ດ່ານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ, ແຄັງຮ່ວາ ແລະ ເລິມດົ່ງ ລະດົມແຫຼ່ງກຳລັງ, ກຳລັງທີ່ຈຳເປັນໃຫ້ໄດ້ຫຼາຍທີ່ສຸດ ຕັດສິນໃຈປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ທີ່ຖືກ ຫັກພັງ, ນ້ຳພັດໄປໃຫ້ແກ່ປະຊາຊົນກ່ອນວັນທີ 15 ມັງກອນ 2026, ເດັດດ່ຽວບໍ່ປະໃຫ້ຄວາມຄືບໜ້າການປະຕິບັດ “ບັ້ນເຄື່ອນໄຫວ” ຊັກຊ້າ ບໍ່ວ່າເຫດຜົນໃດ.

        ເລື່ອງປະຕິບັດສຳເລັດ “ບັ້ນເຄື່ອນໄຫວ” ທັງໝົດໃຫ້ຖືກຕາມແຜນການທີ່ໄດ້ວາງອອກ ແມ່ນເພື່ອສ້າງເງື່ອນໄຂສະດວກໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈດຳລົງຊີວິດ ກ່ອນໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຟື້ນຟູບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຮັບປະກັນການຫາເງິນລ້ຽງຊີບ, ລາຍຮັບກ່ອນວັນບຸນເຕັດປີ ມະເມຍ 2026.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.

Top