• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຕິເລກທີ 43 ກ່ຽວກັບການຟື້ນຟູເສດຖະກິດ - ສັງຄົມໄດ້ນຳມາເຊິ່ງປະສິດທິຜົນ

ຕອນເຊົ້າວັນທີ 25 ພຶດສະພາ, ສືບຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດຊຸດທີ 15, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບົດລາຍງານຂອງຄະນະຕິດຕາມກວດກາ ແລະ ຮ່າງມະຕິຂອງ ສະພາແຫ່ງຊາດກ່ຽວກັບໝາກຜົນການຕິດຕາມກວດກາຫົວເລື່ອງ “ການປະຕິບັດມະຕິເລກທີ 43 ກ່ຽວກັບນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບບາງໂຄງການສຳຄັນຂອງຊາດຮອດທ້າຍປີ 2023”.
ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຫໍປະຊຸມ

ຕາມທ່ານ ຮ່າຊີ້ດົງ ສະມາຊິກສະພາແຫ່ງຊາດແຂວງກວາງຈີ້ແລ້ວ, ມະຕິເລກທີ 43 ໄດ້ຍົກອອກບັນດາມາດຕະການແກ້ໄຂຢ່າງສົມເຫດສົມຜົນ ແລະ ລັດຖະບານກໍ່ມີຫຼາຍວິທີແກ້ໄຂຢ່າງມີປະສິດທິຜົນ. ທ່ານ ເຈີນຮ່ວາງເງິນ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ: “ເສດຖະກິດຫວຽດນາມໄດ້ຟື້ນຟູ ແລະ ພັດທະນາ. ໃນປີ 2021, ເນື່ອງຈາກຜົນກະທົບຂອງ ພະຍາດໂຄວິດ-19, ຫວຽດນາມບັນລຸລະດັບ ເຕີບໂຕພຽງແຕ່ 2,6%, ແຕ່ປີທີ່ຜ່ານມາໄດ້ບັນລຸ 5,05%, ແລະໃນໄຕມາດທີ 1 ຂອງປີນີ້ແມ່ນ 5,64%. ພິເສດແມ່ນເສດຖະກິດມະຫາພາກຂອງຫວຽດນາມ ເປັນປົກກະຕິ ໃນສະພາບການຜັນແປຫຼາຍຢ່າງໃນໂລກ ແລະ ພິເສດແມ່ນຫຼຸດໜີ້ສາທາລະນະຈາກ 43% GDP ໃນປີ 2022 ລົງເປັນ 37% ໃນປີກາຍ.

ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 43

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).

Top