• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຕິ 14 ສະບັບໂດຍສະພາແຫ່ງຊາດໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV

ໜ້າສົນໃຈແມ່ນ, ທີ່ມະຕິກ່ຽວກັບການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025 ໄດ້ວາງເປົ້າໝາຍສືບຕໍ່ປະຕິບັດການກໍ່ສ້າງຊົນນະບົດໃໝ່.
(ພາບປະກອບ: VPCH)

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ, ມະຕິ 14 ສະບັບໂດຍສະພາແຫ່ງຊາດໄດ້ຮັບຮອງເອົາ, ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກື່ອງ ຫາກໍ່ແຈ້ງຕໍ່ບັນດາອົງການສື່ມວນຊົນທີ່ກອງປະຊຸມຄັ້ງປະຖົມມະເລິກ.

ໃນນັ້ນ, ໜ້າສົນໃຈແມ່ນ, ທີ່ມະຕິກ່ຽວກັບການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025 ໄດ້ວາງເປົ້າໝາຍສືບຕໍ່ປະຕິບັດການກໍ່ສ້າງຊົນນະບົດໃໝ່; ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມຊົນນະບົດ… ທີ່ມະຕິອະນຸມັດຜ່ານແຜນນະໂຍບາຍເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ກວມລວມ, ຍືນຍົງ, ອັດຕາຄອບຄົວທຸກຍາກຕາມມາດຕະຖານຫຼາຍສົ້ນຮັກສາລະດັບຫຼຸດລົງແຕ່ 1-1,5%/ປີ, ອັດຕາຄອບຄົວທຸກຍາກຊາວເຜົ່າສ່ວນໜ້ອຍຫຼຸດລົງກວ່າ 3%/ປີ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top