• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະສົນທະນາ ອາຊຽນ - ອີຢູ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ການພົບປະສົນທະນາ ອາຊຽນ - ອີຢູ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແມ່ຍິງ ແລະ ເດັກຍິງ ໄດ້ຈັດຕັ້ງໃນວັນທີ 22 ຕຸລາ ຢູ່ຮ່າໂນ້ຍ. 

 ທີ່ການພົບປະສົນທະນາ ອາຊຽນ - ອີຢູ (ພາບ: TTXVN)

ການພົບປະສົນທະນາໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບຄະນະເລຂາ ອາຊຽນ, ຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ແລະ ໂຄງການເພີ່ມທະວີການເຈລະຈາ ອີຢູ - ອາຊຽນ ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໄດ້ຈັດຕັ້ງໃນຂອບເຂດກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ຄັ້ງທີ 3 ຢູ່ ຫວຽດນາມ.

       ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະສົນທະນາໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ, ບັນດາປັດໄຈ, ຍຸດທະສາດຊ່ວຍການຮ່ວມມື, ຈັດຕັ້ງ, ປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ລະດັບພາກພື້ນ ແລະ ລະດັບຊາດຂອງ ອາຊຽນ ແລະ ອີຢູ. ກຳນົດຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແມ່ຍິງໃນການເຮັດວຽກ, ບົນພື້ນຖານນັ້ນ ກຳນົດບັນດາການກະທຳ, ຂົງເຂດການຮ່ວມມືລະອຽດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top