• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນ​ເອກ ໂຕ​ເລິ​ມ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ຕຳຫຼວດ ໃຫ້​ການ​ຕ້ອ​ນ​ຮັບ​​ທ່ານ Ted Osius ຮອງປະ​ທານ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ແລະ ການ​ພົວ​ພັນ​ລັດ​ຖະ​ບານ​ຂອງ Google

ທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google ປາດຖະໜາວ່າ Google ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບບັນດາໜ່ວຍງານເຈົ້າໜ້າທີ່ ຂອງກະຊວງຕຳຫຼວດ ຫວຽດນາມ.

ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ແລະ ທ່ານ Ted Osiuus ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google (ພາບ:TTXVN)

ຕອນບ່າຍວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google, ທ່ານພົນເອກ ໂຕເລິມ ໄດ້ເນັ້ນໜັ້ກວ່າ Google ແມ່ນກຸ່ມບໍລິສັດອຸດສາຫະກຳໃຫຍ່ຂອງໂລກ, ດ້ວຍປະສົບການຫຼາຍປີສະໜອງບັນດາການບໍລິການ ແລະ ຜະລິດຕະພັນທີ່ກ່ຽວຂ້ອງເຖິງອິນເຕີແນັດ, ໃນນັ້ນມີຫຼາຍຜະລິດຕະພັນໄດ້ສວມບົດບາດສຳຄັນແລະບັນລຸໄດ້ປະສິດທິຜົນສູງໃນວຽກງານຄຸ້ມຄອງສັງຄົມຢູ່ບັນດາປະເທດ. ທ່ານລັດຖະມົນຕີ ໂຕເລິມຢັ້ງຢືນວ່າ: ກະຊວງຕຳຫຼວດ ຫວຽດນາມຍາມໃດກໍ່ສະແດງຄວາມຊົມເຊີຍ ແລະ ສ້າງທຸກເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ, ບຸກຄົນ, ອົງການຈັດຕັ້ງຕ່າງປະເທດ, ໃນນັ້ນມີ Google ທີ່ໄດ້ມາລົງທຶນຮ່ວມມືໃນໄລຍະຍາວ ແລະ ພັດທະນາຢູ່ ຫວຽດນາມ, ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ແລະ Google ສືບຕໍ່ຄົ້ນຄ້ວາເປີດກວ້າງການເຄື່ອນໄຫວຮ່ວມມື ໃນຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google ປາດຖະໜາວ່າ Google ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບບັນດາໜ່ວຍງານເຈົ້າໜ້າທີ່ ຂອງກະຊວງຕຳຫຼວດ ຫວຽດນາມ, ຜ່ານນັ້ນປະກອບສ່ວນເຂົ້າໃນການປັບປຸງການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ ຫວຽດນາມ - ອາເມລິກາ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top