• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນລະເມືອງຫວຽດນາມ 30 ຄົນ ທີ່ກັບມາຈາກນະຄອນອູຫັ້ນ ປະເທດ ຈີນ ໄດ້ອອກໂຮງໝໍ ພາຍຫຼັງຖືກແຍກຕົວເປັນເວລາ 21 ວັນ

      ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ປະກອບເອກະສານອອກໂຮງໝໍໃຫ້ແກ່ພົນລະເມືອງຫວຽດນາມ 30 ຄົນທີ່ໄດ້ກັບມາຈາກນະຄອນອູຫັ້ນ, ປະເທດຈີນ ເຊິ່ງເປັນບ່ອນເກີດໂລກພະຍາດ Covid – 19 ພາຍຫຼັງຖືກແຍກຕົວຢູ່ຕ່າງຫາກມາເປັນເວລາ 21 ວັນ.

ເຂດແຍກຕົວພິເສດ (ພາບປະກອບ: ສາທາລະນະສຸກ) 
      ຕອນບ່າຍວັນທີ 2 ມີນາ, ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ປະກອບເອກະສານອອກໂຮງໝໍໃຫ້ແກ່ພົນລະເມືອງຫວຽດນາມ 30 ຄົນທີ່ໄດ້ກັບມາຈາກນະຄອນອູຫັ້ນ, ປະເທດຈີນ ເຊິ່ງເປັນບ່ອນເກີດໂລກພະຍາດ Covid – 19 ພາຍຫຼັງຖືກແຍກຕົວຢູ່ຕ່າງຫາກມາເປັນເວລາ 21 ວັນ.
        ກ່ຽວຂ້ອງເຖິງສະພາບການໂລກລະບາດ Covid – 19, ໄລ່ຮອດເວລາ 11 ໂມງ 30 ນາທີ ຂອງວັນທີ 2 ມີນາ, ໂລກໄດ້ຢັ້ງຢືນມີຜູ້ຕິດໂລກພະຍາດດັ່ງກ່າວລວມທັງໝົດແມ່ນ 89.068 ກໍລະນີ ຢູ່ 67 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ຈີນ ມີຜູ້ຕິດໂລກພະຍາດ Covid – 19 ລວມທັງໝົດ 80.026 ຄົນ. ຈໍານວນຜູ້ເສຍຊີວິດໃນທົ່ວໂລກ ຍ້ອນໂລກລະບາດດັ່ງກ່າວ ແມ່ນ 3.046 ຄົນ, ໃນນັ້ນ, ຈີນມີ 2.913 ຄົນ, ອີຣານມີ 54 ຄົນ ແລະ ສ.ເກົາຫຼີ ແມ່ນ 22 ຄົນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top