• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.
ພາບປະກອບ: ຄະນະຈັດຕັ້ງ

ພິທີເປີດການລົງນາມສົນທິສນັຍາ ສປຊ ກ່ຽວກັບອາດຊະຍາກຳທາງໄຊເບີຢູ່ ຮ່າໂນ້ຍ (ສົນທິສັນຍາ ຮ່າໂນ້ຍ) ໃນວັນທີ 25 – 26 ຕຸລາ, ແມ່ນໜຶ່ງໃນບັນດາເຫດການທີ່ມີລັກສະນະປະຫວັດສາດ. ເປັນຄັ້ງທຳອິດ, ສົນທິສັນຍາສະບັບໜຶ່ງຂອງ ສປຊ ຈະມີຊື່ຂອງນະຄອນຂອງ ຫວຽດນາມ, ເຊິ່ງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ບົດບາດທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ Pauline Tamesis ຜູ້ປະສານງານສປຊ ປະຈຳ ຫວຽດນາມ ກ່ຽວກັບຄວາມໝາຍຂອງເຫດການນີ້ສຳລັບ ຫວຽດນາມ.

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ. ນີ້ແມ່ນຈຸດເວລາທີ່ເປັນໜ້າເອກອ້າງທະນົງໃຈ, ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ການຕ່າງປະເທດຫຼາຍຝ່າຍ ແລະ ບົດບາດທີ່ນັບມື້ນູບໃຫຍ່ຂຶ້ນຂອງປະເທດຊາດ ໃນການກຳນົດອະນາຄົດ ຄຸ້ມຄອງທົ່ວໂລກ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດເຫດການມີລັກສະນະເປັນຂີດໝາຍນີ້ ແມ່ນສິ່ງພິສູດຢ່າງຈະແຈ້ງທີ່ສຸດໃຫ້ແກ່ບົດບາດນຳພາ, ວິໄສທັດຍຸດທະສາດ ແລະ ຄຳໝັ້ນສັນຍາຢ່າງຢຶດໝັ້ນຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ໃນນັ້ນ ສປຊ ເປັນໃຈກາງ. ສ່ວນທ່ານ ຫົວໜ້າໂຄງການທົ່ວໂລກກ່ຽວກັບອາດຊະຍາກຳທາງໄຊເບີ, ອົງການຕ້ານ ຢາເສັບຕິດ ແລະ ອາດຊະຍາກຳ ຂອງ ສປຊ (UNODC), ຖືວ່າ:

ບໍ່ແມ່ນບັງເອີນ ທ່ານເລຂາທິການໃຫຍ່ ສປຊ ມີໜ້າຢູ່ ຮ່າໂນ້ຍ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ ແລະ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ. ເລື່ອງ ສປຊ ເລືອກເອົາ ຫວຽດນາມ ເພື່ອຈັດຂຶ້ນເຫດການສຳຄັນຍິ່ງນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ບົດບາດນຳພາຂອງ ຫວຽດນາມໃນການຊຸກຍູ້ລັດທິຫຼາຍຝ່າຍ. ໃນຕົວຈິງ ເລື່ອງ ຫວຽດນາມ ເປັນເຈົ້າການສະເໜີ, ພາທາງ ແລະ ຈັດພິທີເປີດການລົງນາມສົນທິສັນຍາແມ່ນພະຍານຫຼັກຖານໃຫ້ແກ່ຖານະບົດບາດອັນໝັ້ນແກ່ນຂອງ ຫວຽດນາມ ບົນເວທີສາກົນ. ພວກຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດເມື່ອໄດ້ຮ່ວມມືກັບ ຫວຽດນາມໃນຂົງເຂດນີ້.

(ແຫຼ່ງຄັດຈາກ VOV)

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top