• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີມອບ​ລາງວັນ Sao Khue 2023

ລາງວັນ Sao Khue 2023 ໄດ້ເຊີດຊູ 182 ຜະລິດຕະພັນຊອບແວ ແລະ ການບໍລິການເຕັກໂນໂຊລີຂໍ້ມູນຂ່າວສານ ຫວຽດນາມ.
  (ພາບ: ງອກແອງ)  

ຕອນເຊົ້າວັນທີ 28 ເມສາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂຊລີຂໍ້ມູນຂ່າວສານ ຫວຽດນາມ(VINASA) ໄດ້ຈັດພິທີມອບລາງວັນ Sao Khue 2023 ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນລາງວັນ Sao Khue.

ລາງວັນ Sao Khue ແນ່ໃສ່ຍ້ອງຍໍຊົມເຊີຍບັນດາວິສາຫະກິດ, ອົງການ, ໝູ່ຄະນະ ທີ່ມີຜົນງານດີເດັ່ນ ປະກອບສ່ວນໃຫ້ແກ່ການພັດທະນາຂະແໜງອຸດສາຫະກຳຊອບແວ ແລະ ເຕັກໂນໂຊລີຂໍ້ມູນຂ່າວສານ ຫວຽດນາມ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນແມັງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເນັ້ນໜັກວ່າ:

ລາງວັນ Sao Khue ແມ່ນມີໃນເວລາ 20 ປີແລ້ວ ຊື່ງສະແດງໃຫ້ເຫັນອິດທິພົນຊື່ສຽງ ແລະ ພະລັງຊີວິດອັນແຮງກ້າ. ລາງວັນ Sao Khue ມີພະລັງຊີວິດຍ້ອນໄດ້ຕິດພັນກັບຊີວິດ, ຕິດພັນກັບການປ່ຽນແປງຂອງຂະແໜງອຸດສາຫະກຳຊອບແວ ແລະ ການບໍລິການເຕັກໂນໂຊລີຂໍ້ມູນຂ່າວສານ. ພະລັງຊີວິດຂອງ ລາງວັນ Sao Khue ແມ່ນເລີ່ມຈາກພະລັງຊີວິດຂອງຂະແໜງ ອຸດສາຫະກຳເຕັກໂນໂຊລີຂໍ້ມູນຂ່າວສານຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top