• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີ​ປຸກລະດົມ​ບັນດາ​ລາຍການ​ກະ​ຕຸ້ນ​ຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ ​ແລະ ​ເດືອນ​ ຫຼຸດລາຄາບໍລິການ ​ແຫ່ງ​ຊາດ 2020

ເດືອນ ຫຼຸດລາຄາບໍລິການ ແຫ່ງຊາດ 2020 ແມ່ນດໍາເນີນແຕ່ວັນທີ 01 – 31 ກໍລະກົດ.

ພິທີປຸກລະດົມບັນດາລາຍການກະຕຸ້ນຄວາມຕ້ອງການບໍລິໂພກພາຍໃນປະເທດ ແລະ ເດືອນ ຫຼຸດລາຄາບໍລິການ ແຫ່ງຊາດ 2020 (ພາບ: TTXVN)

ລາຍການກະຕຸ້ນຄວາມຕ້ອງການບໍລິໂພກພາຍໃນປະເທດປີ 2020 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຖືກຈັດຂຶ້ນໃນວັນທີ 01 ກໍລະກົດ ຜ່ານກິດຈະກໍາຈໍານວນໜຶ່ງທີ່ໄດ້ສົມທົບກັບບັນດາແຜນຮ່າງ, ໂຄງການແຫ່ງຊາດ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື: ເດືອນ ຫຼຸດລາຄາບໍລິການ ແຫ່ງຊາດ 2020 ແມ່ນດໍາເນີນແຕ່ວັນທີ 01 – 31 ກໍລະກົດ, ໄປຄຽງຄູ່ກັນນັ້ນ ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ, ການໂຄສະນາສິນຄ້າຫວຽດນາມ, ໂດຍສະເພາະແມ່ນບັນດາຜະລິດຕະພັນປອດສານພິດ, ການເຊື່ອມຕໍ່ໂດຍກົງລະຫວ່າງຫົວໜ່ວຍຜະລິດ ແລະ ບໍລິສັດຈໍາໜ່າຍ ກັບ ຜູ້ບໍລິໂພກ, ສ້າງສະຖານທີ່ວາງສະແດງແນະນໍາ ແລະ ວາງຂາຍຜະລິດຕະພັນ OCOP ທີ່ເປັນເອກະລັກສະເພາະຂອງເຂດ, ພາກ. ທ່ານ ໂດ໊ທັ໊ງຫ໋າຍ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ:

        “ກະຊວງອຸດສາຫະກໍາ ແລະ ການຄ້າ ເຊື່ອໝັ້ນວ່າ ດ້ວຍການຕອບສະໜອງຂອງທ້ອງຖິ່ນຕ່າງໆ, ບັນດາສະຫະສະມາຄົມຂະແໜງສິນຄ້າຂອງບັນດາວິສາຫະກິດ, ໂດຍສະເພາະແມ່ນຜູ້ບໍລິໂພກຫວຽດນາມນັບສິບລ້ານຄົນ ພ້ອມກັບບັນດາການເຄື່ອນໄຫວຫຼັກຂອງລາຍການກະຕຸ້ນຄວາມຕ້ອງການບໍລິໂພກພາຍໃນປະເທດ, ນີ້ຈະແມ່ນໄມ້ງັດກະຕຸ້ນຄວາມຕ້ອງການບໍລິໂພກພາຍໃນປະເທດທີ່ມີປະສິດທິຜົນ, ຊຸກຍູ້ການເຕີບໂຕຂອງການຈໍລະຈອນສິນຄ້າ ແລະ ລາຍຮັບຈາກການບໍລິການໃນທົ່ວປະເທດ, ຊ່ວຍບັນດາວິສາຫະກິດຟື້ນຟູ, ຍູ້ແຮງບັນດາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ປະກອບສ່ວນຟື້ນຟູພັດທະນາເສດຖະກິດຂອງປະເທດ ແລະ ຍູ້ແຮງການຂົນຂວາຍ ຊາວຫວຽດນາມໃຫ້ບຸລິມະສິດຊົມໃຊ້ສິນຄ້າຂອງຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top