• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງໝໍ ມິດຕະພາບ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໃຫ້ໂຮງໝໍສືບຕໍ່ເສີມຂະຫຍາຍຮູບແບບການສົມທົບກັນ, ຮ່ວມສຳພັນກັບບັນດາໂຮງໝໍແຖວໜ້າອື່ນໆເພື່ອລະດົມຖັນແຖວນັກຊ່ຽວຊານທີ່ເກັ່ງກ້າສາມາດໃນການບົ່ງມະຕິພະຍາດ, ຜ່າຕັດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີມອບຫຼຽນໄຊ

ຕອນບ່າຍວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງໝໍມິດຕະພາບ (28/3/1958 – 28/3/2018). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ: ໄລຍະຈະມາເຖິງ, ໂຮງໝໍ ຕ້ອງມານະພະຍາຍາມສູ້ຊົນກາຍເປັນໜຶ່ງໃນບັນດາສູນເຕັກນິກສູງແຖວໜ້າຂອງທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໃຫ້ໂຮງໝໍສືບຕໍ່ເສີມຂະຫຍາຍຮູບແບບການສົມທົບກັນ, ຮ່ວມສຳພັນກັບບັນດາໂຮງໝໍແຖວໜ້າອື່ນໆເພື່ອລະດົມຖັນແຖວນັກຊ່ຽວຊານທີ່ເກັ່ງກ້າສາມາດໃນການບົ່ງມະຕິພະຍາດ, ຜ່າຕັດ, ກວດ ແລະ ປິ່ນປົວພະຍາດ. ພ້ອມທັງຕ້ອງມານະພະຍາຍາມສຸມໃສ່ການບຳລຸງສ້າງຖັນແຖວພະນັກງານຢູ່ກັບທີ່.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ (ຄັ້ງທີ 2) ໃຫ້ແກ່ໂຮງໝໍດັ່ງກ່າວ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ (ຄັ້ງທີ 2) ໃຫ້ແກ່ໂຮງໝໍດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top