• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ ຈະດໍາເນີນໃນວັນທີ 1 ມີນາ ຢູ່ຮ່າໂນ້ຍ

ວັນທີ 1 ມີນາ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ.

ຕອນເຊົ້າວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບຂ່າວເປັນທາງການຈາກກະຊວງປ້ອງກັນປະເທດຫວຽດນາມວ່າ ວັນທີ 1 ມີນາ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ (3/3/1959 – 3/3/2019), 30 ປີ ແຫ່ງວັນສ້າງຕັ້ງຂະບວນການທົ່ວປວງຊົນ ປ້ອງກັນຊາຍແດນ (3/3/1989 – 3/3/2019) ແລະ ປະດັບຫຼຽນໄຊວິລະກໍາທະຫານ ຊັ້ນ I

ທ່ານ ພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າກົມໃຫຍ່ການເມືອງເປັນປະທານກອງປະຊຸມ  (ພາບ:  Viet Ton)

ຕາມກະຊວງປ້ອງກັນປະເທດແລ້ວ, ປັດຈຸບັນ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຊີ້ນໍາບັນດາກົມກອງໃນທົ່ວກອງທັບ ປະຕິບັດການເຄື່ອນໄຫວ ຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ; ພ້ອມທັງໂຄສະນາ, ເຜີຍແຜ່, ຈັດຕັ້ງການສຶກສາອົບຮົມໃຫ້ແກ່ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນ ກ່ຽວກັບມູນເຊື້ອອັນອົງອາດກະຫານຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະ ມູນເຊື້ອຂອງທະຫານປ້ອງກັນຊາຍແດນເວົ້າສະເພາະ...

        ຕາມທ່ານ ພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າກົມໃຫຍ່ການເມືອງ ໃຫ້ຮູ້ວ່າ: ລາຍການສະຫຼີມສະຫຼອງດັ່ງກ່າວ ຈະຖືກຈັດຂຶ້ນຢູ່ກະຊວງປ້ອງກັນປະເທດ ແລະ ຈະຖືກຖ່າຍທອດສົດໃນຊ່ອງໂທລະພາບຫວຽດນາມ, ຊ່ອງ VOV1 - ວິທະຍຸກະຈາຍສຽງຫວຽດນາມ ແລະ ສູນກະຈາຍສຽງ - ໂທລະພາບກອງທັບ ໃນວັນທີ 1 ມີນາ 2019.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top