• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ”

ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ແມ່ນໄຊຊະນະມີຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຢ່າງເລິກເຊິ່ງ.
  ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ”  

ຕອນເຊົ້າວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” (ເດືອນ ທັນວາ 1972 - ເດືອນ ທັນວາ 2022).

ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງສູນກາງພັກ, ພັກການທະຫານສູນກາງ, ໃນ 12 ວັນ ແລະ ຄືນຕໍ່ສູ້ຢ່າງພິລະອາດຫານ, ສະຫຼາດສະຫຼຽວ, ປະດິດຄິດສ້າງ, ທະຫານ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ນະຄອນ  ຫາຍຟ່ອງ ແລະ ບາງທ້ອງຖິ່ນທາງພາກເໜືອ ໄດ້ຕີຊະນະຕໍ່ການບຸກໂຈມຕີຍຸດທະສາດທາງອາກາດຂອງ ອາເມລິກາ, ໄຊຊະນະດັ່ງກ່າວໄດ້ເປີດເສັ້ນທາງໃຫ້ແກ່ການລົງນາມໃນສັນຍາ ປາຣີ ກ່ຽວກັບການ “ຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່”. ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ແມ່ນໄຊຊະນະມີຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຢ່າງເລິກເຊິ່ງ, ປະກອບສ່ວນສຳຄັນເພື່ອນຳການຕໍ່ສູ້ຕ້ານ ອາເມລິກາ ກູຊາດຂອງຊາດ ຫວຽດນາມ ໄປເຖິງໄຊຊະນະຢ່າງສົມບູນ.

ກ່າວສູນທາງພົດໃນພິທີ, ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ຢືນຢັນວ່າ:

“ອົງຄະນະພັກ, ປະຊາຊົນ ແລະ ກຳລັງປະກອບອາວຸດນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍບັນດາບົດຮຽນອັນລ້ຳຄ່າຂອງວິວັດການຕໍ່ສູ້ປະຕິວັດ ເພື່ອພາລະກິດປົດປ່ອຍຊາດ - ໂຮມປະເທດຊາດເປັນເອກະພາບ, ໃນນັ້ນມີບັນດາບົດຮຽນໄດ້ຖອດຖອນມາໄດ້ຈາກການຕໍ່ສູ້ຢ່າງດຸເດືອດໃນ 12 ວັນ ແລະ ຄືນຂອງທ້າຍປີ 1972 ສ້າງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”, ເພື່ອຈາກນັ້ນໝູມໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ພັດທະນາ, ສອດຄ່ອງກັບເງື່ອນໄຂ, ສະພາບການໃນປະຈຸບັນ, ຕອບສະໜອງຄວາມຮຽກຮ້ອງຂອງພຶດຕິກຳຕົວຈິງ, ຮັບໃຊ້ພາລະກິດກໍ່ສ້າງນະຄອນຫຼວງ, ການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ແບ່ງປັນທີ່ພິທີ, ທ່ານພົນຕີ ຟາມຕວນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຮອງຜູ້ບັນຊາການກອງທັບອາກາດ, ໃຫ້ຮູ້ວ່າ:

“ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ ແມ່ນໄຊຊະນະທີ່ໃຫຍ່ຫຼວງ, ດີເລີດ, ຮອບດ້ານ ນັບທັງດ້ານການທະຫານ, ການເມືອງ, ການທູດ, ນັບທັງບັ້ນຮົບ, ຍຸດທະວິທີ ແລະ ເຕັກນິກ, ສະແດງໃຫ້ເຫັນຄວາມສາມາດທີ່ໃຫຍ່ຫຼວງຂອງກອງທັບປ້ອງກັນອາກາດໃນການຮ່ວມສູ້ຮົບ, ໄດ້ພ້ອມກັບກຳລັງປ້ອງກັນອາກາດທີ 3 ສ້າງເປັນກຳລັງແຮງສັງລວມເພື່ອປົກປັກຮັກສາພາກເໜືອ, ນະຄອນຫຼວງ.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top