• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາສີອາກອນຂອງອາເມລິກາ: ບັນດາປະເທດ ອາຊີ ມີປະຕິກິລິຍາທີ່ແຕກຕ່າງກັນ

ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ປະກາດນະໂຍບາຍພາສີໃຫມ່ໃນວັນທີ 1 ສິງຫາ, ບັນດາປະເທດ ອາຊີ ໄດ້ມີປະຕິກິລິຍາແຕກຕ່າງກັນ ຈາກການຊົມເຊີຍ ຕະຫລອດຮອດມີຄວາມວິຕົກກັງວົນ.
ລົດໂອໂຕ ຢູ່ ທ່າກຳປັ່ນ Pyeongtaek, ທາງທິດໃຕ້ ນະຄອນຫລວງ ເຊີອູນ, ສ.ເກົາຫລີ. (ພາບປະກອບ:Yonhap/TTXVN)

ໄທ ແລະກຳປູເຈຍ ແມ່ນສອງປະເທດບັນລຸໄດ້ຂໍ້ຕົກລົງດ້ວຍອັດຕາພາສີບຸລິມະສິດ 19%. ລັດຖະບານໄທ ຖືວ່ານີ້ແມ່ນ “ຜົນສຳເລັດໃຫຍ່” ໃນການຮັກສາສະຖຽນລະພາບດ້ານເສດຖະກິດ ແລະ ກຳລັງຄວາມສາມາດການສົ່ງອອກ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet  ກໍ່ຊົມເຊີຍຂໍ້ຕົກລົງ ແລະ ຖືນີ້ແມ່ນ “ຂ່າວດີສຸດ” ສຳລັບພື້ນຖານເສດຖະກິດປະເທດນີ້.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ຊຸກຍູ້ຂໍ້ຕົກລົງດ້ານການຄ້າສອງຝ່າຍ ເພື່ອແນໃສ່ຫລຸດຜ່ອນອັດຕາພາສີ 25% ປະຈຸບັນ ສຳລັບ ລົດໂອໂຕ ແລະເຄື່ອງອາໄຫລ່ລົດໂອໂຕ ຍີ່ປຸ່ນ ສົ່ງອອກໄປຍັງ ອາເມລິກາ. ໃນຂະນະນັ້ນ ລັດຖະບານ ສ. ເກົາຫລີ ໄດ້ຈັດການປະຊຸມດ່ວນເພື່ອຕີລາຄາຜົນກະທົບຂອງອັດຕາພາສີໃຫມ່.

ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງໂລກ ແລະ ພວມໃນວິວັດການເຈລະຈາດ້ານການຄ້າກັບ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ. ທ່ານ Guo Jiakun ໂຄສົກ ກະຊວງການຕ່າງປະເທດ ຈີນ ມີຄຳເຕືອນວ່າ ບັນດານະໂຍບາຍອາລັກຂາ ຈະ “ກໍ່ຜົນຮ້າຍເຖິງຜົນປະໂຫຍດຂອງທຸກຝ່າຍ”

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top