• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຸ Molave ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງພາກກາງ ແລະ ເຂດໄຕງວຽນ

      ພາຍຸ Molave ໄດ້ພັດເຂົ້າບາງແຂວງພາກກາງ ຫວຽດນາມ, ເຮັດໃຫ້ເກີດມີຝົນຕົກໜັກ, ດິນເຈື່ອນ ຢູ່ແຂວງກ໋ວາງນາມ. ໄລ່ຮອດເວລາ 13 ໂມງ ຂອງວັນທີ 29 ຕຸລາ, ຢູ່ກ໋ວາງນາມ, ໄດ້ເກີດດິນເຈື່ອນ 2 ຄັ້ງ ເຮັດໃຫ້ປະຊາຊົນ 66 ຄົນຖືກຖົມຢູ່ໃຕ້ດິນ. ປັດຈຸບັນ, ຄົ້ນຫາໄດ້ 19 ສົບ ແລ້ວ. ບັນດາກຳລັງເຈົ້າໜ້າທີ່ພວມພະຍາຍາມຄົ້ນຫາຜູ້ທີ່ປະສົບເຄາະຮ້າຍທີ່ຍັງເຫຼືອ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ລົງກວດກາຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸ Molave (ພາບ: TTXVN)
      ຕອນເຊົ້າວັນທີ 29 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ໄປເມືອງ ບັກຈ່າມີ, ແຂວງກ໋ວາງນາມ ເພື່ອຊີ້ນຳການຄົ້ນຫາຜູ້ປະສົບເຄາະຮ້າຍໂດຍກົງ. ທ່ານໄດ້ຮຽກຮ້ອງໃຫ້ກຳລັງກູ້ໄພເຂົ້າເຖິງເຂດດິນເຈື່ອນໂດຍໄວ.
            ທີ່ແຂວງກ໋ວາງຫງາຍ, ຕອນເຊົ້າວັນທີ 29 ຕຸລາ, ລະດັບນ້ຳໄດ້ຫຼຸດລົງ, ແຕ່ບາງເຂດຕ່ຳຍັງຖືກຕັດຂາດຍ້ອນນ້ຳຖ້ວມ. ທາງທ້ອງຖິ່ນ ຕ້ອງໄດ້ຍົກຍ້າຍປະຊາຊົນ 6000 ຄອບຄົວ ໄປຢູ່ເຂດປອດໄພ.    ຮອດຕອນເຊົ້າວັນທີ 29 ຕຸລາ, ຢູ່ບໍລິເວນແຂວງ ຍັງມີ 5 ບ່ອນ ທີ່ຖືກນ້ຳຖ້ວມ ຕັດຂາດ ດ້ວຍປະຊາຊົນ 500 ຄອບຄົວ.
            ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໂດຍທ່ານຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳ ເປັນຫົວໜ້າຄະນະ ໄດ້ລົງໄປກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸ Molave  ແລະ ວຽກງານປ້ອງກັນ, ຕ້ານຝົນຕົກ, ນ້ຳຖ້ວມຢູ່ບໍລິເວນແຂວງກ໋ວາງຫງາຍ.
            ໃນຕອນເຊົ້າວັນທີ 29 ຕຸລາ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຈະລະດົມບັນດາກຳລັງຕັ້ງທັບຢູ່ເກາະ ແລະ ບັນດາກ່ຳປັ່ນກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຊອກຫາແລະ ກູ້ໄພ ຜູ້ປະສົບເຄາະຮ້າຍ ເພື່ອຈຳກັດຄວາມເສຍຫາຍຂອງຊາວປະມົງໃຫ້ຢູ່ໃນລະດັບຕ່ຳສຸດ.
 (ແຫຼ່ງຄັດຈາກ VOV)
 
 

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top