• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.
  ສະພາແຫ່ງຊາດຊຸດທີ XVI ໄດ້ສຳເລັດເນື້ອໃນໂຄງການດຳ​ເນີນ​ງານ ​ຂອງ​ພາກ​ທີ 1 ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ (ພາບ: ສະ​ພາ​ແຫ່ງ​ຊາດ)  

ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ເອົາ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV ເຈິ່ນ​ແທັງ​ເໝິ້ນ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ສ​ສ. ຫວຽດ​ນາມ ອາ​ຍຸ​ການ 2026 – 2031, ທ່ານ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ເລ​ມິງ​ຮຶງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດ ສັງ​ຄົ​ມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.

ຕາມ​ແຜນ​ການພາກ​ທີ 2 ຂອງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ປະ​ຖົມ​ມະ​ລຶກ ຈະ​ດຳ​ເນີນ​ແຕ່​ວັນ​ທີ 20 ເມ​ສາ ຫາ​ວັນ​ທີ 23 ເມ​ສາ.

(ແຫ່ງຄັດຈາກ VOV)

ການສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ ກ້າວເຂົ້າ​ສູ່​ໜ້າປະ​ຫວັດ​ສາດ​ໃໝ່

ການສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ ກ້າວເຂົ້າ​ສູ່​ໜ້າປະ​ຫວັດ​ສາດ​ໃໝ່

ສອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພາຍຫຼັງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ລ້ວ​ນ​ແຕ່​ແມ່ນ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ຢ່າງສູງ​ຂອງ​ກາ​ນ​ພົວ​ພັນ ຈີນ - ຫວຽດ​ນາມ.

Top