“ການພັດທະນາອຸດສາຫະກຳປ້ອງກັນຊາດ ກາຍເປັນຂົງເຂດປາຍແຫຼມຂອງອຸດສາຫະກຳແຫ່ງຊາດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການເຮັດວຽກກັບກະຊວງປ້ອງກັນປະເທດ ແລະ ບັນດາກະຊວງ, ຂະແໜງການກ່ຽວກັບໝາກຜົນການເຄື່ອນໄຫວຄົ້ນຄວ້າ, ຜະລິດອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ ໃນຕອນບ່າຍວັນທີ 15 ມີນາ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ບົນພື້ນຖານການຕີລາຄາບັນດາໝາກຜົນ, ບົດຮຽນປະສົບການຂອງປີ 2024, ບັນດາກະຊວງ, ຂະແໜງການຈົ່ງສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເປັນເສນາທິການໃຫ້ແກ່ພັກ, ລັດກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາອຸດສາຫະກຳປ້ອງກັນຊາດ ເພື່ອຕອບສະໜອງໜ້າທີ່ໃນສະພາບການໃໝ່; ສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເສີມຂະຫຍາຍກຳລັງແຮງສັງລວມພັດທະນາອຸດສາຫະກຳປ້ອງກັນຊາດທີ່ທັນສະໄໝ, ຮັບໃຊ້ບັນດາເປົ້າໝາຍ, ໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນສັງກາດໃໝ່.