80 ໂຄງການ, ກິດຈະກຳໃຫຍ່, ຈຸດສຸມ, ຢາຍຢູ່ທົ່ວ 3 ພາກ ເໜືອ - ກາງ - ໃຕ້, ດ້ວຍມູນຄ່າການລົງທຶນທັງໝົດປະມານ 450.000 ຕື້ດົ່ງ (19,5 ຕື້ USD). ການເປີດສະຫຼອງ ແລະ ເລີ່ມລົງມືກໍ່ສ້າງບັນດາກິດຈະກຳໄດ້ມີຄວາມໝາຍສຳຄັນເປັນພິເສດໃນຫຼາຍແງ່ມູມ ນັບທັງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ເຫດການມີລັກສະນະປະຫວັດສາດໃນການພັດທະນາພື້ນຖານໂຄງລ່າງ
ເກືອບ 50 ກິດຈະກຳ ດ້ວຍຂອບຂະໜາດໃຫຍ່ ສວມບົດບາດສຳຄັນຍິ່ງໃນການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເຊັ່ນ: 05 ໂຄງການເສັ້ນທາງຄວາມໄວສູງມີຄວາມຍາວ 227 ກິໂລແມັດ ໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານ, ເປັນອັນວ່າ ໃນທົ່ວປະເທດ ຫວຽດນາມ ມີລະບົບເສັ້ນທາງຄວາມໄວສູງ ລວມຄວາມຍາວ 2.268 ກິໂລແມັດ ໄດ້ນຳເຂົ້າໃຊ້ງານ; ອ່າງເກັບນ້ຳ ກຣົງແບກເທື້ອງ (ແຂວງ ດັກລັກ) ຮັບໃຊ້ການຫົດນ້ຳໃຫ້ເນື້ອທີ່ປູກຝັງກວ່າ 14.000 ເຮັກຕາ ແລະ ສະໜອງນ້ຳໃຊ້ສະອາດໃຫ້ແກ່ກວ່າ 100.000 ຄອບຄົວ; ສູນສາທາລະນະສຸກການທະຫານ - ປະຊາຊົນ ເມືອງ ກົນດ໋າວ, ໂຮງໝໍຫຼາຍຂະແໜງເຂດ ຮອັກໂມນ ແລະ ນຳບາງກິດຈະກຳທາງການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ… ເຂົ້າໃຊ້ງານ.
ພິເສດ, ເລື່ອງອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕິນເຊີນເຍີດ ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານກົງກັບໂອກາດວັນບຸນສຳຄັນຂອງປະເທດຊາດ, ເຊິ່ງແລ້ວໄວກວ່າແຜນການທີ່ໄດ້ວາງອອກ 2 ເດືອນ. ສິ່ງດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ຄວາມຄືບໜ້າໃນການກໍ່ສ້າງສະໜາມບິນສາກົນ ລອງແທັ່ງ ໃຫ້ສຳເລັດໂດຍພື້ນຖານໃນປີນີ້.
ໄປຄຽງຄູ່ກັນນັ້ນ, ຍັງມີກວ່າ 30 ກິດຈະກຳ ທີ່ມີຂອບຂະໜາດໃຫຍ່, ມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນໃນທົ່ວປະເທດ. ເມື່ອກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:
“ການເລີ່ມລົງມືກໍ່ສ້າງ, ເປີດສະຫຼອງນຳໃຊ້ບັນດາກິດຈະກຳ, ໂຄງການນີ້ ມີບົດບາດ, ຄວາມໝາຍສຳຄັນຢ່າງໃຫຍ່ຫຼວງໃນການເຊື່ອມຕໍ່ພາຍໃນແຂວງ ແລະ ພາຍໃນເຂດ; ລະຫວ່າງເຂດ, ລະຫວ່າງແຂວງ, ລະຫວ່າງປະເທດ ແລະ ເຊື່ອມຕໍ່ກັບສາກົນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງບັນດາທ້ອງຖິ່ນເວົ້າສະເພາະ ແລະ ຂອງປະເທດ ເວົ້າລວມ. ບັນດາກິດຈະກຳຈຸດສຸມດ້ານເສດຖະກິດ - ສັງຄົມ ລ້ວນແຕ່ແມ່ນບັນດາໂຄງການສຳຄັນ, ມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດໃນການສ້າງພື້ນທີ່ພັດທະນາໃໝ່, ສ້າງພື້ນຖານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ຮັບປະກັນການໜູນຊ່ວຍສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນບັນດາກິດຈະກຳທີ່ມີລັກສະນະ “ເປັນສັນຍາລັກ” ປະກອບສ່ວນຢັ້ງຢືນພາບພົດ ຫວຽດນາມ “ເອກະລາດ - ສັນຕິພາບ - ເອກະພາບ - ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ປະຊາຊົນອີ່ມໜຳສຳລານສົມບູນພູນສຸກ - ສິວິໄລ - ວັດທະນາຖາວອນ” ໃນແຜນທີ່ໂລກ ແລະ ສຸດທ້າຍແມ່ນປະຊາຊົນໄດ້ຮັບການຊົມໃຊ້ຜົນງານຈາກບັນດາກິດຈະກຳ - ໂຄງການນີ້”.
ກຳລັງໜູນສຳຄັນຊຸກຍູ້ການເຕີບໂຕ, ພັດທະນາປະເທດຊາດໃນໄລຍະໃໝ່
ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ປີ 2021) ໄດ້ຊີ້ແຈ້ງວ່າ ຮອດປີ 2025, ເຊິ່ງເປັນປີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ: ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ຜ່ານຜ່າລະດັບລາຍຮັບປານກາງຕ່ຳ.
ເພື່ອບັນລຸໄດ້ເປົ້າໝາຍນີ້, 1 ໃນ 3 ບຸກທະລຸຍຸດທະສາດ ໂດຍພັກໄດ້ກຳນົດແມ່ນ “ສ້າງລະບົບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝທັງດ້ານເສດຖະກິດ ແລະ ສັງຄົມ; ໃຫ້ບຸລິມະສິດພັດທະນາບາງກິດຈະກຳຈຸດສຸມແຫ່ງຊາດ ກ່ຽວກັບຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເອົາໃຈໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງທາງດ້ານຖະແຫຼງຂ່າວ, ໂທລະຄົມມະນາຄົມ, ສ້າງພື້ນຖານຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນເທື່ອລະກ້າວ ແລະ ສັງຄົມດີຈີຕອນ”.
ດັ່ງນັ້ນ, ສຳລັບບັນດາກິດຈະກຳ, ໂຄງການເປີດສະຫຼອງນຳໃຊ້ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງວ່າ:
“ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນອົງການຄຸ້ມຄອງບໍລິຫານບັນດາໂຄງການ ແລະ ບັນດາເຈົ້າຂອງລົງທຶນ ຈົ່ງຈັດຕັ້ງການເຄື່ອນໄຫວ, ນຳເຂົ້າໃຊ້ງານໂດຍດ່ວນ ເພື່ອເສີມຂະຫຍາຍປະສິດທິຜົນການລົງທຶນຢ່າງສຸດຂີດ. ບັນດາທ້ອງຖິ່ນຍາດແຍ່ງທ່າໄດ້ປຽບຂອງບັນດາໂຄງການເພື່ອວາງແຜນຜັງ ແລະ ພັດທະນາພື້ນທີ່ໃໝ່ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນແບບກວມລວມ, ຮອບດ້ານ; ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”.
ສຳລັບບັນດາກິດຈະກຳ, ໂຄງການເລີ່ມລົງມືກໍ່ສ້າງໃນໂອກາດນີ້, ເຈົ້າຂອງລົງທຶນ ແລະ ຜູ້ຮັບເໝົາ ຕ້ອງຮີບເຮັ່ງລະດົມເຄື່ອງອຸປະກອນ, ກຳລັງແຮງຄົນເພື່ອຜັນຂະຫຍາຍການກໍ່ສ້າງບັນດາໂຄງການ, ສູ້ຊົນກໍ່ສ້າງສຳເລັດກ່ອນກຳນົດເວລາ, ຮັບປະກັນຄຸນນະພາບ, ນຳເຂົ້າໃຊ້ງານໃນໄວໆນີ້ ແລະ ເສີມຂະຫຍາຍປະສິດທິຜົນການລົງທຶນ. ບັນດາທ້ອງຖິ່ນ ຕ້ອງສຸມໃສ່ວຽກງານບຸກເບີກໜ້າພຽງ; ແນະນຳບັນດາເຈົ້າຂອງລົງທຶນ, ຜູ້ຮັບເໝົາແກ້ໄຂລະບຽບການບໍລິຫານກ່ຽວກັບບໍ່ແຮ່, ວັດສະດຸ, ສິ່ງເສດເຫຼືອໃຫ້ສຳເລັດໂດຍໄວ ເພື່ອເປັນເຈົ້າການຜັນຂະຫຍາຍບັນດາໂຄງການໃຫ້ຖືກຕ້ອງຕາມແຜນການ ແລະ ເປົ້າໝາຍທີ່ວາງອອກ. ໃນຂະບວນວິວັດຜັນຂະຫຍາຍໂຄງການ ຕ້ອງຮັບປະກັນຜົນປະໂຫຍດຂອງ ລັດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ ແລະ ວິສາຫະກິດ.
ການເປີດສະຫຼອງນຳໃຊ້ ແລະ ເລີ່ມລົງມືກໍ່ສ້າງ 80 ກິດຈະກຳໃນໄລຍະຜ່ານມາ ແມ່ນມີຄວາມໝາຍສຳຄັນເປັນພິເສດໃນຫຼາຍດ້ານ ນັບທັງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ພ້ອມດຽວກັນນັ້ນ ແມ່ນຫັນບັນດາແຜນນະໂຍບາຍຂອງພັກ ແລະ ລັດ ໃນການພັດທະນາພື້ນຖານໂຄງລ່າງຍຸດທະສາດຮອບດ້ານ, ກວມລວມ ໃຫ້ປະກົດຜົນເປັນຈິງ, ແກ້ໄຂຈຸດອຸດຕັນກ່ຽວກັບທາງຄົມມະນາຄົມ, ພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມ, ສ້າງພື້ນຖານ ແລະ ພື້ນທີ່ພັດທະນາໃໝ່ໃຫ້ແກ່ດ້ານເສດຖະກິດສົງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ແກ່ບັນດາທ້ອງຖິ່ນ, ບັນດາເຂດພາກ ແລະ ທົ່ວປະເທດ; ແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການເຕີບໂຕ, ພັດທະນາປະເທດຊາດໃນໄລຍະໃໝ່./.