• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະຍາດອັກເສບປອດທີ່ເກີດຈາກເຊື້ອ COVID – 19: ຈີນປະກາດມີຜູ້ເສຍຊີວິດໃໝ່ຕື່ມອີກ 109 ຄົນ

      ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດວັນທີ 20 ກຸມພາ, ມີ ປະມານ 30 ປະເທດ ແລະ ເຂດແຄ້ວນ ໄດ້ປະກາດວ່າ ກວດພົບຜູ້ຕິດເຊື້ອ COVID-19 ຢູ່ປະເທດຂອງຕົນ.

ຄົນເຈັບຕິດເຊື້ອ COVID-19 ທີ່ໄດ້ຮັບການປິ່ນປົວທີ່ໂຮງໝໍ ຢູ່ອູຮັ້ນ, ແຂວງ ຮູເປີຍ ປະເທດ ຈີນ ໃນວັນທີ 18 ກຸມພາ 2020 (ພາບ: THX/TTXVN) 
      ຕອນເຊົ້າວັນທີ 22 ກຸມພາ, ຄະນະກຳມະການສາທາລະນະສຸກ ແຫ່ງຊາດ ຈີນ ໄດ້ປະກາດກ່ຽວກັບ ຜູ້ຕິດເຊື້ອໄວຣັດ nCoV ໃໝ່ຕື່ມອີກ 397 ຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກ 109 ຄົນ ຢູ່ 31 ແຂວງ, ນະຄອນ ແລະ ພົນລະພາກຫຼວງການຜະລິດ ແລະ ກໍ່ສ້າງ ຊີນແຈງ ປະເທດຈີນ.
        ໃນຈຳນວນກໍລະນີເສຍຊີວິດໃໝ່ໃນວັນທີ 21 ກຸມພານີ້ແມ່ນ ຢູ່ແຂວງຮູເປີຍມີ 106 ຄົນ, ແຂວງ ເຄືອເປີຍ 1 ຄົນ, ນະຄອນ ຊຽງໄຮ້ 1 ຄົນ ແລະ ພົນລະພາກຫຼວງການຜະລິດ ແລະ ກໍ່ສ້າງ ຊີນແຈງ 1 ຄົນ.
        ດັ່ງນັ້ນ, ຍອດຈຳນວນຜູ້ເສຍຊີວິດໃນທົ່ວໂລກ, ໄລ່ຮອດຕອນເຊົ້າວັນທີ 22 ກຸມພາ ແມ່ນ 2.360 ຄົນ ແລະ ຍອດຈຳນວນຜູ້ຕິດເຊື້ອພະຍາດແມ່ນ 76.806 ຄົນ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top