# ຕອນເຊົ້າວັນທີ 13 ມິຖຸນາ (ຕາມເວລາ ຫວຽດນາມ), ທີ່ການແຂ່ງຂັນສາຍ D World Cup 2026, ທິມບານເຕະ ອາເມລິກາ ຍາດໄດ້ຊະນະ ປາຣາກວາຍ ດ້ວຍ 4 ປະຕູຕໍ່ 1. ໄຊຊະນະນີ້ຊ່ວຍໃຫ້ ອາເມລິກາ ນຳໜ້າສາຍ D. ບັນດານັດແຂ່ງຂັນທີ່ຍັງເຫຼືອ, ທິມບານເຕະ ອົດສະຕາລີ ຈະແຂ່ງຂັນກັບທິມບານເຕະ ຕວັກກີ ໃນເວລາ 11 ໂມງຂອງວັນທີ 14 ມິຖຸນາ, ຕາມເວລາ ຮ່າໂນ້ຍ.
# ໂດຍຖືກຍິງເຂົ້າປະຕູຢູ່ນັດແຂ່ງຂັນທີ 1, ແຕ່ປະເທດເຈົ້າພາບ ການາດາ ຍັງຍາດໄດ້ໝາກຜົນສະເໝີກັນ 1 ປະຕູຕໍ່ 1 ກັບ Bosnia & Herzegovina ຢູ່ສະໜາມກິລາ Toronto, ໃນນັດແຂ່ງຂັນເປີດສາກຂອບສາຍ B, World Cup 2026, ທີ່ຈັດຂຶ້ນໃນຮຸ່ງເຊົ້າວັນທີ 13 ມິຖຸນາ (ຕາມເວລາ ຫວຽດນາມ).
# ກ່ອນໜ້ານັ້ນ, ໃນເວລາ 6 ໂມງ 30 ນາທີ, ພິທີໄຂ World Cup 2026 ຢູ່ ອາເມລິກາ ໄດ້ຈັດຂຶ້ນຢູ່ສະໜາມກິລາ SoFi, Los Angeles, ດ້ວຍການເຂົ້າຮ່ວມຂອງນັກຮ້ອງນັກສະແດງສາກົນຫຼາຍຄົນ.
# ງານແຂ່ງຂັນບານເຕະໂລກ 2026 ຫາກໍ່ເປັນສັກຂີພະຍານໃຫ້ການສ້າງສະຖິຕິໃໝ່ໃນປະຫວັດສາດຂອງ ເມັກຊີໂກ ເມື່ອນັກເຕະກອງໜ້າ Gilberto Mora ໄດ້ກາຍເປັນນັກກິລາໜຸ່ມທີ່ສຸດທີ່ເຂົ້າຮ່ວມທິມຊາດປະເທດນີ້ ໄດ້ລົງເຕະໃນງານແຂ່ງຂັນ World Cup. ຂີດໝາຍທີ່ໜ້າຈົດຈຳຂອງ Gilberto Mora ແມ່ນມາຈາກໄຊຊະນະ 2 ປະຕູຕໍ່ 0 ໃນແນແຂ່ງຂັນລະຫວ່າງ ເມັກຊີໂກ ແລະ ອາຟະລິກາໃຕ້ ທີ່ຈັດຂຶ້ນໃນວັນທີ 12 ມິຖຸນາ.
# ຕາມແຈ້ງການຂອງສະຫະພັນບານເຕະ ເຢຍລະມັນ, ນັກກິລາ Joshua Kimmich, ຫົວໜ້າທິມບານເຕະ ແລະ ບັນດານັກກິລາໃນທິມຂອງທິມບານເຕະ ເຢຍລະມັນ, ຈະອຸໃຫ້ການສະໜັບສະໜູນລົດຂົນສົ່ງໂດຍສານແຟນບານຈາກນະຄອນ ນິວຢອກ ໄປສະໜາມກິລາ MetLife ຢູ່ ລັດ New Jersey (ອາເມລິກາ), ແຫ່ງທີ່ຈະຈັດນັດແຂ່ງຂັນສາຍ E ແຂ່ງຂັນກັບທິມ Ecuador, ທີ່ຮອບຊິງຊະນະເລີດຊີງແຊ້ມບານເຕະໂລກ World Cup 2026, ໃນວັນທີ 25 ມິຖຸນາ.






