• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ປະຈຳການຄະນະເລຂາທິການ ເຈີນເກີ້ມຕູ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມ ສປປ ລາວ ແລະ ກຳປູເຈຍ ຢ່າງເປັນທາງການ

ໂດຍດຳເນີນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກກອມມູນນິດຫວຽດນາມ ແລະ ການເລືອກຕັ້ງສະ​ມາ​ຊິກສະພາແຫ່ງ​ຊາດ ຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ສະໄໝ 2026-2031, ການຢ້ຽມຢາມຂອງຜູ້ປະຈຳການຄະນະເລຂາທິການ ແມ່ນເພື່ອເສີມສ້າງ ແລະ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ 3 ພັກ ກໍ່ຄື 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃຫ້ດີຍິ່ງໆຂື້ນ.
  ທ່ານ ເຈີນເກີ້ມຕູ້ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ (ພາບ: TTXVN)  

ຕອນເຊົ້າວັນທີ 9 ເມສາ 2026, ທ່ານ ເຈີນເກີ້ມຕູ້ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ສົມເດັດ ຊາຍ​ຊຸມ, ຮອງປະທານພັກປະຊາຊົນກຳປູເຈຍ. ຫົວໜ້າຄະນະປະຈຳການ, ​ຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ,​ ການຢ້ຽມຢາມໄດ້ດໍາເນີນໄປແຕ່ ວັນທີ 9-10 ເມສາ.

ເຂົ້າຮ່ວມຄະນະທາງການມີ: ທ່ານ ນາງ ບຸ່ຍທິມິງຮວ່າຍ, ເລຂາທິ​ການ​ສູນ​ກາງ​ພັກ,​ ປະທານຄະນະກຳມະສູນກາງແນວໂຮມ​ປະ​ເທດຊາດຫວຽດນາມ; ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ດວານມິງຮ​ວັນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ

​ໂດຍດຳເນີນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກກອມມູນນິດຫວຽດນາມ ແລະ ການເລືອກຕັ້ງສະ​ມາ​ຊິກສະພາແຫ່ງ​ຊາດ ຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ສະໄໝ 2026-2031, ການຢ້ຽມຢາມຂອງຜູ້ປະຈຳການຄະນະເລຂາທິການ ແມ່ນເພື່ອເສີມສ້າງ ແລະ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ 3 ພັກ ກໍ່ຄື 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃຫ້ດີຍິ່ງໆຂື້ນ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top