• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ”.
ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ (ພາບ: vov5)

ເພື່ອປະກອບສ່ວນໂຄສະນາມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຂົ້າສູ່ຊີວິດ, ຕອນເຊົ້າວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ອົງຄະນະພັກພະແນກຂ່າວ ສົມທົບກັບອົງຄະນະພັກພະແນກກະຈາຍສຽງພາສາຕ່າງປະເທດ-ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ” ໂດຍທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍ.

  ເມື່ອໃຫ້ຂໍ້ມູນກ່ຽວກັບບັນດາຈຸດໃໝ່ ໃນເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ບັນດາຂີດໝາຍພົ້ນເດັ່ນ; ບັນດາທັດສະນະຊີ້ນຳຂອງພັກ, ເປົ້າໝາຍ, ການກຳນົດທິດ ແລະ ບັນດາຂອດບຸກທະລຸຍຸດທະສາດ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເນັ້ນໜັກວ່າ: ເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ ສືບຕໍ່ຢັ້ງຢືນ, ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໄສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ປັງປຸງ, ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ, ປຸກລຸກຄວາມມຸ່ງຫວັງພັດທະນາປະເທດຊາດຢ່າງວັດທະນະຖາວອນ, ຜາສຸກ, ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ສົມທົບກັບກຳລັງຍຸກສະໄໝ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top