• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍໂຄງການເຄື່ອນໄຫວຂອງແນວໂຮມປະເທດຊາດປີ 2022 ຢ່າງມີຈຸດໃຈກາງ, ຈຸດສຸມ

ວັນທີ 30 ທັນວາ, ຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມທາງໄກຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມຄັ້ງທີ 6 ຊຸດທີ IX.
ທ່ານ ໂດ໋ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: qdnd.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດ໋ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນຫນັກວ່າ: ໃນປີ 2021 ໂລກລະບາດໂຄວິດ 19 ໄດ້ແຜ່ລະບາດຢ່າງແຮງ, ສົ່ງຜົນກະທົບເຖິງຫລາຍດ້ານຂອງຊີວິດສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍຈິດໃຈສາມັກຄີ, ແກ້ໄຂທຸກຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນ, ວຽກງານແນວໂຮມ ແຕ່ສູນກາງລົງຮອດທ້ອງຖິ່ນ, ຮາກຖານ ໄດ້ປະຕິບັດສຳເລັດໂດຍພື້ນຖານ, ຕາມແຜນການທີ່ໄດ້ວາງອອກ.

ທ່ານ ໂດ໊ວັນຈ໊ຽນ ຊີ້ແຈ້ງວ່າ ໃນປີ 2022, ແນວໂຮມປະເທດຊາດ ຫວຽດນາມ ປະຕິບັດໂຄງການດຳເນີນງານຂອງທັງອາຍຸການ ໂດຍ ຄະນະກຳມະການສູນກາງແນວໂຮມ ປະເທດຊາດ ຫວຽດນາມ ຮັບຮອງເອົາ. ໄປຄຽງຄູ່ກັນນັ້ນ, ແນວໂຮມປະເທດຊາດ ຫວຽດນາມທຸກຂັ້ນ ຄວນສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍພໍ່ແມ່ປະຊາຊົນທຸກຊັ້ນວັນນະປະຕິບັດການຮັບມືກັບໂລກລະບາດຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ; ຍູ້ແຮງຂະບວນການແຂ່ງຂັນຟື້ນຟູພັດທະນາເສດຖະກິດ; ລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຢ່າງທັນການ ເພື່ອສະເໜີຕໍ່ພັກ, ລັດ; ເພີ່ມທະວີວຽກງານສົມທົບ, ເຫັນດີເປັນເອກະພາບຕໍ່ການເຄື່ອນໄຫວກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ບັນດາອົງການສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ ເພື່ອສ້າງກຳລັງແຮງສັງລວມຂອງລະບົບແນວໂຮມແຕ່ຂັ້ນສູນກາງລົງຮອດຮາກຖານ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top