• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍຍຸດທະສາດກໍ່ສ້າງໂຮງຮຽນໃຫ້ບັນດາຕາແສງເຂດຊາຍແດນໃນທັນທີ

ກໍ່ສ້າງໂຮງຮຽນ 100 ຫຼັງຢູ່ບັນດາຕາແສງເຂດຊາຍແດນໃຫ້ສຳເລັດກ່ອນວັນທີ 30 ສິງຫາ 2026.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

ທີ່ກອງປະຊຸມຈັດຂຶ້ນໃນຕອນຄ່ຳວັນທີ 27 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຊີ້ນຳການຜັນຂະຫຍາຍຍຸດທະສາດສ້າງໂຮງຮຽນໃຫ້ບັນດາຕາແສງເຂດຊາຍແດນ, ລວມມີທັງຫໍພັກໃຫ້ແກ່ນັກຮຽນ ແລະ ຄູອາຈານ, ໃນນັ້ນ ກໍ່ສ້າງໂຮງຮຽນ 100 ຫຼັງຢູ່ບັນດາຕາແສງເຂດຊາຍແດນໃຫ້ສຳເລັດກ່ອນວັນທີ 30 ສິງຫາ 2026. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

“ນີ້ແມ່ນການຊີ້ນຳຂອງກົມການເມືອງ, ສະນັ້ນ, ຕ້ອງເຮັດໃຫ້ເປັນຢ່າງດີ, ເຮັດໄວເດັດຂາດ, ຄ່ອຍໆເປີດກວ້າງ. ກ່ອນອື່ນໝົດແມ່ນມີບັ້ນເຄື່ອນໄຫວເພື່ອເຮັດ ໃນຈຳນວນເງິນທີ່ມີຢູ່ແລ້ວ. ພ້ອມກັນນັ້ນ, ກໍຮຽກຮ້ອງຜູ້ໃຈບຸນໃຈກຸສົນ, ຂ້າພະເຈົ້າເຫັນວ່າ ມີຫຼາຍຄົນຢາກປະກອບສ່ວນ. ຕ້ອງຈັດຄືແນວໃດເພື່ອໃຫ້ບັນລຸຜົນສຳເລັດ ແລະ ມີຄວາມໝາຍ.”

ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ຮີບເຮັ່ງສ້າງຮ່າງມະຕິຂອງລັດຖະບານກ່ຽວກັບການສ້າງໂຮງຮຽນ 100 ຫຼັງຢູ່ບັນດາຕາແສງເຂດຊາຍແດນໃຫ້ສົມບູນແບບໂດຍໄວ.

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top