ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນໃນຍຸດທະສາດ ແລະ ປາດຖະໜາຢາກພ້ອມກັບ ອາເມລິກາ ສືບຕໍ່ຫັນເປັນຕົວຈິງ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ທີ່ການຕ້ອນຮັບທ່ານນາງ Marsha Blackburn ສະມາຊິກສະພາສູງ ແລະ ທ່ານ Peter Welch ສະມາຊິກສະພາສູງ ອາເມລິກາ ໃນວັນທີ 13 ມີນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 69 ຄະນະກຳມະການຖານະທີ່ຕັ້ງແມ່ຍິງຂອງສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ, ທີ່ຈັດຂຶ້ນຢູ່ ອາເມລິກາ.
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິແທັງ ໄດ້ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດເປີດກວ້າງເຄືອຂ່າຍບັນດາສະມາຊິກລັດຖະສະພາ ສະໜັບສະໜູນການພົວພັນ 2 ຝ່າຍ, ກໍຄືເອົາໃຈໃສ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ…
ສ່ວນບັນດາສະມາຊິກສະພາສູງ ອາເມລິກາ ຢືນຢັນວ່າ, ຈະເອົາໃຈໃສ່ຊຸກຍູ້ເພື່ອໃຫ້ການພົວພັນດ້ານເສດຖະກິດ - ການຄ້າ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງທັງ 2 ປະເທດ.