• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືປະຈຳປີ ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9

ທີ່ກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ເຊິ່ງໄດ້ດຳເນີນໃນວັນທີ 28 ເມສາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານສຳຄັນໃນການພົວພັນຮ່ວມມືສຳຄັນຂອງຝ່າຍ ໃນທຸກຂົງເຂດ.
  ທ່ານ ສະເຫຼີມໄຊກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ແລະ ທ່ານບຸ່ຍທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)  

 ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ແລະ ປະຕິບັດຂໍ້ຕົກລົງຮ່ວມມື ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ, ທ່ານບຸ່ຍທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມລາວ ຢ່າງເປັນທາງການ, ສົມທົບກັບການເປັນປະທານຮ່ວມກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ໃນລະຫວ່າງວັນທີ 27 – 29 ເມສາ.

ທີ່ກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ເຊິ່ງໄດ້ດຳເນີນໃນວັນທີ 28 ເມສາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານສຳຄັນໃນການພົວພັນຮ່ວມມືສຳຄັນສອງຝ່າຍ ໃນທຸກຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຮັບໃຊ້ການຢ້ຽມຢາມ ແລະ ພົບປະຂັ້ນສູງ ໃຫ້ເປັນຢ່າງດີ; ພ້ອມກັບບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນນັ້ນ ແມ່ນ ຈັດການເຄື່ອນໄຫວສະເຫຼີມສະຫລອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”ໃຫ້ເປັນຢ່າງດີ.

ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ ເວທີປາໄສຫຼາຍຝ່າຍ, ພ້ອມກັບບັນດາປະເທດ ອາຊຽນ ຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ສຳເລັດ

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top