• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດງານບຸນ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ 202

Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022 ຖືກຈັດຂຶ້ນແຕ່ວັນທີ 17-19 ພະຈິກ ເພື່ອຍູ້ແຮງການໂຄສະນາພາບພົດ, ມໍລະດົກວັດທະນະທຳ ນິງບິ່ງ
  ພິທີປິດງານບຸນ Festival ຈ່າງອານ (ພາບ: TTXVN)  

ຕອນຄ່ຳວັນທີ 19 ພະຈິກ, ຢູ່ຄຸ້ມຖະໜົນເກົ່າ ຮວາລື (ນະຄອນ ນິງບິ່ງ), ຄະນະຈັດຕັ້ງງານບຸນ Festival ບໍລະດົກ ນິງບິ່ງ ຈັດພິທີປິດງານບຸນ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022, ດ້ວຍການເຂົ້າຮ່ວມຂອງປະຊົນ ແລະ ແຂກທ່ອງທ່ຽວນັບພັນຄົນ.

Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022 ຖືກຈັດຂຶ້ນແຕ່ວັນທີ 17-19 ພະຈິກ ເພື່ອຍູ້ແຮງການໂຄສະນາພາບພົດ, ມໍລະດົກວັດທະນະທຳ ນິງບິ່ງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດເວົ້າລວມ ກັບເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ. ໃນຂອບເຂດງານບຸນ Festival,  ໄດ້ຈັດການເຄື່ອນໄຫວ, ລາຍການທີ່ມີຄວາມໝາຍຫຼາຍຢ່າງ, ມີຄວາມເຊື່ອມຕໍ່ ແລະ ແຜ່ກະຈາຍຢ່າງສູງ. ໃນນັ້ນພົ້ນເດັ່ນແມ່ນພິທີໄຂງານວາງສະແດງ, ງານບຸນຖະໜົນ “ການເດີນທາງມໍລະດົກ” ແລະ ງານສະແດງສິລະປະດົນຕີ, ໄດ້ດຶງດູດປະຊາຊົນມາຊົມເປັນຈຳນວນຫຼວງຫຼາຍ.

ທີ່ພິທີປິດ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະພິເສດມີຊື່ວ່າ “ພົບປະແລກປ່ຽນ - ເຊື່ອມຕໍ່ - ແຜ່ກະຈາຍ” ໂດຍບັນດານັກສິລະປະກອນ, ນັກສິລະປິນຂຶ້ນກັບບັນດາແຂວງ, ນະຄອນ, ຄະນະສິລະປະເຂົ້າວຮ່ວມ Festival ສະແດງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top